ສະຫະສະມາຄົມຊາວໜຸ່ມຫວຽດນາມອອກຖະແຫຼງການຄັດຄ້ານຈີນ

ສະຫະສະມາຄົມຊາວໜຸ່ມຫວຽດນາມອອກຖະແຫຼງການຄັດຄ້ານຈີນ - ảnh 1
ສະຫະ​ພັນຊາວ​ໜຸ່ມ ຫວຽດນາມ ຄັດຄ້ານການກະທຳຂອງ ຈີນ ຢ່າງແຮງ
(ພາບປະກອບ)

(vovworld) – ວັນ​ທີ 26/5, ສະຫະ​ພັນຊາວ​ໜຸ່ມ ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຄັດຄ້ານ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາ​ງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: ສະຫະ​ສະມາຄົມ​ຊາວ​ໜຸ່ມ ຫວຽດນາມ ຄັດຄ້ານ​ບັນດາ​ການ​ກະທຳ​ຜິດພາດ​ຂອງ ຈີນ ​ແລະ ຮຽກຮ້ອງ​ໃຫ້ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ບັນດາ​ພາຫະນະ​ປ້ອງກັນ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ໃນ​ທັນທີ, ຢຸດ​ຕິ​ບັນດາ​ການ​ເຄື່ອນ​ໄຫວ​ຄ້າຍຄື​ກັນ​ໃນ​ອະນາຄົດ, ປະຕິບັດ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຢ່າງ​ເຂັ້ມ​ງວດ. ສະຫະ​ສະມາຄົມ​ຊາວ​ໜຸ່ມ ຫວຽດນາມ ຮຽກຮ້ອງ​​ໃຫ້​ບັນດາ​ອົງການ​ຊາວ​ໜຸ່ມ ​ແລະ ຊາວ​ໜຸ່ມ ຫວຽດນາມ ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ​ເໝາະ​ສົມ​ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ​ສະໜັບສະໜູນ​ບັນດາ​ກຳລັງ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ຊາວ​ປະມົງ ຫວຽດນາມ ​ເດັດ​ດຽວ​ຕິດ​ພັນ​ກັບ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດຖືກຕ້ອງ​ຕາມ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

    ຖະ​ແຫຼ​ງການຍັງ​ຢັ້ງຢືນ​ວ່າ: ສະຫະ​ສະມາຄົມ​ຊາວ​ໜຸ່ມ ຫວຽດນາມ ຍາມ​ໃດ​ກໍ່​ປົກ​ປັກ​ຮັກສາ, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຊາວ​ໜຸ່ມ, ​ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ຈີນ. ສະຫະ​ສະມາຄົມ​ ຊາວ​ໜຸ່ມ ຫວຽດນາມ ຮຽກຮ້ອງ​ໃຫ້ສະຫະ​ສະມາຄົມ​ ຊາວ​ໜຸ່ມ​ທົ່ວ​ປະ​ເທດ ຈີນ, ຊາວ​ໜຸ່ມ ​ແລະ ປະຊາຊົນ ຈີນ, ຊາວ​ໜຸ່ມ ​ແລະ ປະຊາຊົນ​ບັນດາ​ປ​ະ​ເທດ​ໃນ​ໂລກ​ອອກ​ສຽງ​​ຮັກສາ​ຄວາມ​ຍຸຕິ​ທຳ, ​ຮັກສາ​ກົດໝາຍ​ສາກົນ, ປະກອບ​ສ່ວນ​ຮັກສາ​ສັນຕິພາບ ​ແລະ ​ສະຖຽນ​ລະ​ພາບ​​ໃນ​ພາກພື້ນ ​ແລະ ​ຢູ່ໃນ​ໂລກ.


ຂ່າວ/ບົດ​ອື່ນ