ສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2020), ວັນທີ 18 ພຶດສະພາ ຢູ່ທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະເພື່ອຂ່ຳນັບຮັບຕ້ອນ, ສ້າງບັນຍາກາດອັນເບີກບານມ່ວນຊື່ນໃນວັນບຸນໃຫຍ່ຂອງປະເທດຊາດ. 
ສະເຫຼີມສະຫຼອງ 130ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ - ảnh 1 ແຂວງ ຮຶງອຽນ ຈັດງານວາງສະແດງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ (ພາບ: TTXVN)

  ທີ່ແຂວງ ຮຶງອຽນ ໄດ້ດຳເນີນງານວາງສະແດງ ສະແດງຮູບພາບ, ເອກະສານກ່ວາ 200 ຢ່າງກ່ຽວກັບຊີວິດ, ພາລະກິດຂອງປະທານໂຮ່ຈີມິນ.

        ທີ່ແຂວງ ທ໊າຍງວຽນ, ຕອນຄ່ຳວັນທີ 18 ພຶດສະພາ ໄດ້ດຳເນີນລາຍການສິລະປະພິເສດຂ່ຳນັບຮັບຕ້ອນ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ບັນດານັກສິລະປິນ, ນັກສະແດງໄດ້ສ້າງລາຍການສິລະປະທີ່ເປັນເອກະລັກສະເພາະເກືອບ 20 ລາຍການຢ່າງລະອຽດລະອໍ, ສະຫງ່າລາສີ ທີ່ສະແດງໃຫ້ເຫັນນ້ຳໃຈຮັກແພງຂອງດິນແດນ, ຊາວທ໊າຍງວຽນ ທີ່ມີຕໍ່ເພິ່ນ.

        ແລະກໍ່ໃນວັນດຽວກັນ, ແຂວງ ອານຢາງ ກໍ່ໄດ້ຈັດຕັ້ງລາຍການພົບປະແລກປ່ຽນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໂຮ່ຈີມິນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ