ສະເຫຼີມສະຫຼອງ 196 ປີແຫ່ງວັນຄ້າຍວັນເກີດ ທ່ານ ກາກມາກ

ສະເຫຼີມສະຫຼອງ 196 ປີແຫ່ງວັນຄ້າຍວັນເກີດ ທ່ານ ກາກມາກ - ảnh 1
(ທ່ານ ກາກ​ມາກ)

(vovworld) - ວັນ​ທີ 5/5 ​ແມ່ນ​ວັນສະ​ເຫຼີມສະຫຼອງ 196 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດທ່ານ ກາກ​ມາກ (5/5/1818 – 5/5/2014), ນັກປາດອັດ​ສະ​ລິ​ຍະ​ບຸລຸດ, ນັກຮົບ​ກອມ​ມູນິດຜູ້ດີ​ເດັນ​, ອາຈານ​ຜູ້​ຍິ່ງ​​ໃຫຍ່​ຂອງ​ຊົນ​ຊັ້ນກຳມະກອນ​ສາກົນ.​ ບັນດາໜັງສື​ພິມສຳຄັນຢູ່ ຫວຽດນາມ ​ໄດ້​​ໃຫ້ຂ່າວ ​ແລະ ບົດກ່ຽວກັບ​ເຫດການ​ນີ້.

   ໜັງສື​ພິມ ​ເຍິນ​ເຢິນ(ສຽງຂອງ​ພັກ​ກອມ​ມູນິດ ຫວຽດນາມ) ​ໄດ້​ລົງ​ພິມ​ຮູບ​ຂອງ​ທ່ານ ກາກ​ມາກ ​ແລະ ​ຄັດ​ສະ​ເໜີຄຳ​ເວົ້າຂອງ​ທ່ານ​ປະທານ ​ໂຮ່ຈີ໋ມິນ ທີ່​ຍ້ອງຍໍ​ສັນລະ​ເສີນ​ລັດທິ ມາກ - ​ເລ​ນິນ.

   ໜັງສື​ພິມກວນ​ໂດ້ຍ​ເຍິນ​ເຢິນ(ສຽງຂອງ​ກ​ອງທັບ​ປະຊາຊົນ ຫວຽດນາມ) ​ໄດ້ລົງ​ພິມບົດ​ຂຽນດ້ວຍ​ຫົວ​ຂໍ້​ວ່າ: “ແນວ​ຄິດ ກາກ​ມາກ ​ເຍືອງ​ທາງ​ໃຫ້​ພາລະ​ກິດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ” ຂອງ​ຮອງ​ສາດສະດາຈານ, ດຣ. ຫງວຽນ​ແມ້ງ​ເຫືອງ,​ ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ - ມະນຸດຊາດ​ການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດ.  ບົດ​ຂຽນຢືນຢັນ​ວ່າ ພ້ອມ​ກັບທ່ານ ອັງ​ແກນ,​ ທ່ານ ກາກ​ມາກ ​ແມ່ນ​ຜູ້​ສ້າງ​ພື້ນຖານ​ໃຫ້​ແກ່ທິດ​ສະ​ດີ​ຂອງ​ຊົນຊັ້ນກຳມະ​ຊີບກ່ຽວກັບ​ສົງຄາມ ​ແລະ ກອງທັບ. ​ໃນ​ສະພາບ​ການ​ໃໝ່, ​ແນວ​ຄິດ​ຂອງທ່ານ ກາກ​ມາກ ​ແລະ ທ່ານ ອັງ​ແກນ ກ່ຽວກັບ​​ການ​ໃຊ້ຄວາມ​ຮຸນ​ແຮງ, ສົງຄາມ ​ແລະ ກອງທັບ, ກ່ຽວກັບ​ການ​ປົກ​ປັກ​ຮັກສາໝາກ​ຜົນແຫ່ງ​ການປະຕິວັດ​ນັບ​ມື້ນັບ​ມີ​ຄວາມໝາຍສຳຄັນ​ພິ​ເສດ, ຍັງ​ຄົງ​ຮັກສາ​ຄຸ​ນຄ່າ​ເດີມ ​ແລະ ລັກສະນະສະ​ຖານະ​ການ.

   ໜັງສື​ພິມ ​ໄຊ່ງ່ອນ ຢ້າຍຟ໋ອງ ກໍ່​ໄດ້ລົງ​ພິມຮູບ​ຂອງ​ທ່ານ ກາກ​ມາກ ຢ່າງ​ສົມ​ກຽດ​ໃນໜ້າທຳ​ອິດ.

ຂ່າວ/ບົດ​ອື່ນ