ສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ UPU

(VOVWORLD) -ວັນທີ 09 ຕຸລາ, ຢູ່ແຂວງກວາງນິງ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ບໍລິສັດໃຫຍ່ໄປສະນີຫວຽດນາມ ແລະ ໜັງສືພິມເຍົາວະຊົນປະຈັນໜ້າ
ສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ UPU - ảnh 1 (ພາບປະກອບ)

ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ UPU ແລະ ປຸກລະດົມເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 47. ໃນໄລຍະ 30 ປີຜ່ານມາ, ການເສັງໄດ້ ແລະ ພວມດຶງດູດໄວໜຸ່ມຫວຽດນາມ ລຸ້ນຕ່າງໆ ເຂົ້າຮ່ວມ. ບັນດານັກຮຽນຫວຽດນາມ ໄດ້ຍາດລາງວັນສາກົນຂຶ້ນເຖິງ 13 ຄັ້ງ, ໃນນັ້ນມີລາງວັນທີໜຶ່ງ 2 ລາງວັນ.

        ປີ 2017, ທີ່ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 46, ນ້ອງ ຫງວຽນໂດ້ຮວ່ຽນວີ, ນັກຮຽນມໍຫ້ອງມໍ 3, ໂຮງຮຽນມັດທະຍົມສົມບູນ ໄຕເຊີນ, ດ່ານັ້ງ ຍາດໄດ້ລາງວັນທີ 1 ລະດັບຊາດ ແລະ ຍາດໄດ້ລາງວັນຊົມເຊີຍສາກົນ ດ້ວຍຈົດໝາຍປະກອບສ່ວນແນວຄວາມຄິໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດໃນການແກ້ໄຂຊ່ວຍເຫຼືອຊາວຊີຣີ ຜູ້ລິ້ໄພເວົ້າສະເພາະ ແລະ ໃຫ້ແກ່ສັນຕິພາບໂລກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ