ສະເຫຼີມສະຫຼອງ 40 ປີແຫ່ງວັນປະທານກູບາ Fidel Castro ຢ້ຽມຢາມກວາງຈິ

ສະເຫຼີມສະຫຼອງ 40 ປີແຫ່ງວັນປະທານກູບາ Fidel Castro ຢ້ຽມຢາມກວາງຈິ - ảnh 1
(ພາບ:baodientu.chinhphu.vn)

 (vovworld)-​​​​ ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ ປະທານ​ກູບ​າ Fidel Castro ​ ​ໄປ​ຢ້ຽມຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ (9/1973-9/2013) ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 19/9 ຢູ່​ແຂວງ​ກວາງ​ຈິ.ການຢ້ຽມຢາມ​ເຂດ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຂອງປະທານ​ກູບ​າ Fidel Castro ກ່ອນ​ນີ້ 40 ປີແມ່ນມີ​ຄວາມ​ໝາຍ​ປຸກລະດົມນ້ຳ​ໃຈຕໍ່ສູ້​ຂອງ​ທະຫານ ​ແລະ ປຊຊ ຫວຽດນາມ ​ໃນ​ການ​ຕໍ່ຕ້າ​ນຕ້ານ​ອາ​ເມ​ລິ​ກາ​ ​ ​ກູ້​ຊາດ. ຢູ່​ຖານ​ທີ່ໝັ້ນ Carol, ທະຫານ ​ແລະ ປຊຊ ກວາງ​ຈິ ຈະ​ບໍ່​ສາມາດ​ລືມຮູບ​ພາບ ປະທານ​ກູບ​າ Fidel Castro ​ໄດ້ຍົກ​ສູງຄັນທຸງຂອງ​ແນວ​ໂຮມ​ແຫ່ງ​ຊາດປົດ​ປ່ອຍ ​ພາກ​ໃຕ້​ຫວຽດນາມ ຂຶ້ນ​ໃນຂະນະ​ທີ່ທະຫານ ​ແລະ ປຊຊ ກວາງ​ຈິ ຈັດ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ຂ່ຳນັບ​ຊົມ​ເຊີຍ​ຄະນະ​ຜູ້​ແທນ​ກູ​ບາ​ໄດ້. ທ່ານ​ສິ໋​ໂຊ, ຜູ້​ທີ່​ໄດ້​ຖ່າຍຮູບ ​ແລະ ​ເກັບ​ຮັກສາ​ຮູບ​ພາບ​ທີ່​ມີຄ່າ​ກ່ຽວ​ກັບປະທານ​ກູບ​າ Fidel Castro ຫຼາຍ​​ແຜ່ນ​ໄດ້​ຫວນ​ຄືນ​ວ່າ:

   “ປະທານ​ກູບ​າ Fidel Castro ແມ່ນ​ນັກປະຖະກະຖາທີ່​ດີ​ເລີດ. ທ່າ​ທີ​ອັນ​ສະໜິດສະໜົມ​ຂອງ​ທ່ານ​ໄດ້​ສະ​ແດງ​ອອກ​ຜ່ານໃບ​ໜ້າ. ດ້ວຍ​ຄວາມ​ຊຳນານຂອງ​ຊ່າງ​ພາບ​ຜູ້​ໜຶ່ງ, ຂ້າພະ​ເຈົ້າຄິດ​ວ່າ​ ຕ້ອງ​ຖ່າຍ​ບັນດາ​ຮູບ​ພາບ​ສະ​ແດງ​ໃຫ້​ເຫັນບຸກຄະ​ລິກຂອງ​ປະທານ​ກູບ​າ Fidel Castro ​ແລະ ຂ້າພະ​ເຈົ້າ​ຖ່າຍໄດ້​ບັນດາ​ຮູບ​ພາບ​ຄື​ແນວ​ນັ້ນ“.

  ທ່ານ​ເລ​ວັນ​ຮວານ ອະດີດ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ​ກວາງ​ຈິ ຢືນຢັນ​ວ່າ:

  “​ເລື່ອງ​ປະມຸກ​ລັດ​ສາກົນ​ຜູ້​ໜຶ່ງ​ມາ​ຢາມເຂດ​ປົດ​ປ່ອຍ​ກວາງ​ຈິ ​ ມີ​ຄວາມ​ໝາຍອັນ​ໃຫ່ຍຫຼວງທີ່​ສຸດ ​ແລ​ະ ​ເປັນແຫຼ່ງລະ​ກົມ​ກຳລັງ​ໃຈ​ ປຊຊ ​​ ສືບ​ຕໍ່​ດຳ​ເນີນ​ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ຢ່າງ​ສົມບູນ“.

  ເນື່ອງ​ໃນ​ໂອກາດນີ້, ໜັງ​ສື່​ພິມ Granma, ອົງການ​ສຽງ​ຂອງ​ພັກ​ກອມ​ມູນິດ​ກຸຍ​ບາ, ​ໄດ້​ລົງ​ພິມ​ບົດ​ຂຽນ ​ແລະ ຮູບ​ຖ່າຍ ​ເພື່ອ​ແນ​ໃສ່​ຍ້ອງຍໍ​ການ​ຢ້ຽມຢາມ​ປະຫວັດສາດ​ນີ້. ບົດ​ຂຽນ​ຢືນຢັນ​ວ່າ ນີ້​ແມ່ນຂີດ​ໝາຍປະ​ຫວັດ​ສາດທີ່​ສະຫງ່າ​ລາສີຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ລະຫວ່າງ 2 ຊາດ​ຫວຽດນາມ - ກຸຍ​ບາ. ໜັງ​ສື່​ພິມ Granma ກໍ່​ທົບ​ຖ້ວນ​ຄື​ນບັນດາ​ຂີດ​ໝາຍ​ສຳຄັນ​ໃນ​ຕະຫຼອດວິວັດ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ກຸຍ​ບາ ຢູ່​ເຂດ​ບົດ​ປ່ອຍ​ແຂວງ​ກວາງ​ຈີ້, ​ເນັ້ນ​ໜັກ​ເຖິງ​ຄວາມ​ດຸ​ເດືອດ ​ແລະ ​ໂຫດ​ຮ້າຍ​ເຊິ່ງລະ​ເບີດ​ອາ​ເມ​ລິ​ກາ ຫວ່ານລົງຢູ່​ເຂດ​ດິນ​ແດນ​ຂອງ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ