ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ

(VOVWORLD) - ຕອນຄ່ຳວັນທີ 25 ພຶດສະພາ, ທີ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (1973 - 2018).
ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ - ảnh 1 ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອົດສະຕາລີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ: ຫຼັກໝາຍນີ້ ຍິ່ງນັບມື້ນັບກາຍເປັນພິເສດກ່ວາ ເມື່ອການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ຫາກໍ່ໄດ້ຍົກຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018; ທ່ານເຊື່ອໝັ້ນວ່າ ການພົວພັນຈະສືບຕໍ່ເປີດໜ້າປະຫວັດສາດໃໝ່ໃນການພົວພັນຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ, ເປັນຕົ້ນ ແມ່ນໃນພື້ນຖານການພົວພັນຢ່າງໝັ້ນຄົງ ເຊິ່ງ 2 ປະເທດໄດ້ພ້ອມກັນເພີ່ມພູນຄູນສ້າງນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານ ຫງວຽນແທ່ງຟອງ ກ່າວວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ດ້ວຍຄວາມຕັດສິນໃຈຂອງການນຳທຸກຂັ້ນ ແລະ ຄວາມມານະພະຍາຍາມລວມຂອງປະຊາຊົນ 2 ປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ເວົ້າລວມ ແລະ ການພົວພັນລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ອົດສະຕາລີ ເວົ້າສະເພາະ ນັບມື້ນັບພັດທະນາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ເພື່ອຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ