ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ

(VOVWORLD) -ຕອນເຊົ້າວັນທີ 6 ກັນຍາ, ຢູ່ແຂວງ ນິງບິ່ງ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນປະຕິບັດສົນທິສັນຍາກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ ດ້ວຍຫົວຂໍ້: “50 ປີຈະມາເຖິງ, ມໍລະດົກໂລກ - ແຫຼ່ງກຳລັງເພື່ອການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ລັກສະນະວັດທະນະທຳມະນຸດ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ.
ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ - ảnh 1ລາຍການສະແດງສິລະປະໃນພິທີສະເຫຼີມສະຫຼອງ (ພາບ: daibieunhandan.vn)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້; ທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO, ບັນດາເອກອັກຄະລັດຖະທູດປະເທດຕ່າງໆທີ່ມີອົງການຜູ້ຕາງໜ້າປະຈຳ ຫວຽດນາມ ເຊິ່ງພວມເປັນສະມາຊິກຄະນະກຳມະການມໍລະດົກໂລກ ເຂົ້າຮ່ວມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

“ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບທ້ອງຖິ່ນຕ່າງໆ ພວມສຸມໃສ່ປະຕິບັດເປົ້າໝາຍທົ່ວໂລກກ່ຽວກັບການເພີ່ມທະວີການອະນຸລັກຮັກສາ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາມໍລະດົກວັດທະນະທຳ ແລະ ທຳມະຊາດລະດັບໂລກ ແລະ ມໍລະດົກວັດທະນະທຳບໍ່ເປັນວັດຖຸ ທີ່ໄດ້ຮັບການຮັບຮອງຈາກ UNESCO ໃນ “ແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການປະຕິບັດໂຄງການດຳເນີນງານ ປີ 2030 ເພື່ອການພັດທະນາແບບຍືນຍົງ”, ມຸ່ງໄປເຖິງການປະຕິບັດໂຄງການດຳເນີນງານປີ 2030 ຂອງ ສປຊ ແລະ ນະໂຍບາຍຂອງ UNESCO ກ່ຽວກັບການປະສົມປະສານທັດສະນະພັດທະນາແບບຍືນຍົງເຂົ້າໃນຂັ້ນຕອນຕ່າງໆຂອງ ສົນທິສັນຍາມໍລະດົກວັດທະນະທຳໂລກ. ເລື່ອງຈັດຕັ້ງພິທີສະເຫຼີມສະຫຼອງຄັ້ງນີ້ ໄດ້ສະແດງໃຫ້ເຫັນການຮ່ວມເດີນທາງຢ່າງຕັ້ງໜ້າທີ່ສຸດກ່ຽວກັບຄວາມຮັບຜິດຊອບຂອງ ຫວຽດນາມ ພ້ອມກັບປະຊາຄົມສາກົນ”.

 ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ