ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມນັກປະພັນດົນຕີ ຫວຽດນາມ

(VOVWORLD) -  ເນື່ອງໃນໂອກາດນີ້, ນັກປະພັນດົນຕີລຸ້ນຕ່າງໆ ໄດ້ພ້ອມກັນຫວນຄືນໄລຍະທາງ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະມາຊິກສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ສືບທອດມູນເຊື້ອຂອງລຸ້ນກ່ອນ
 
ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສະມາຄົມນັກປະພັນດົນຕີ ຫວຽດນາມ - ảnh 1ສະມາຄົມນັກປະພັນດົນຕີ ຫວຽດນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ. 

ຕອນເຊົ້າວັນທີ 17 ທັນວາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ສະມາຄົມນັກປະພັນດົນຕີ ຫວຽດນາມໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ. ເນື່ອງໃນໂອກາດນີ້, ນັກປະພັນດົນຕີລຸ້ນຕ່າງໆ ໄດ້ພ້ອມກັນຫວນຄືນໄລຍະທາງ 60 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະມາຊິກສະມາຄົມນັກປະພັນດົນຕີ ຫວຽດນາມ ໄດ້ສືບທອດມູນເຊື້ອຂອງລຸ້ນກ່ອນ ດ້ວຍບັນດາທຳນອງເພງໂດຍເລີ່ມມາຈາກທຳນອງເພງຂອງຊາດ, ຕິດພັນກັບລັດທິຮັກຊາດຮັກການປະຕິວັດ, ຍ້ອງຍໍຊົມເຊີຍຊີວິດການເປັນຢູ່ຂອງປະຊາຊົນຜູ້ອອກແຮງງານ, ຍ້ອງຍໍຊົມເຊີຍຄວາມຮັກຂອງມະນຸດ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ…

        ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຊີ້ແຈ້ງວ່າ:

        “ນັກປະພັນດົນຕີ, ນັກສິລະປິນລຸ້ນຕ່າງໆ ໄດ້ເຊື່ອມຕົວເຂົ້າກັບຊີວິດການຕໍ່ສູ້, ການອອກແຮງງານ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາຂອງປະຊາຊົນ ຫວຽດນາມ ຢ່າງແທດຈິງ; ໄດ້ປະດິດສ້າງບັນດາບົດເພງຍືນຍົງຄົງຕົວກັບການເວລາ. ໃນ 12 ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ ໂດຍ UNESCO ເຊີດຊູ ມີ 8 ມໍລະດົກແມ່ນກ່ຽວກັບດົນຕີ. ນີ້ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນທັງຊາດ ພິເສດແມ່ນບັນດາຜູ້ເຮັດວຽກງານດົນຕີ.”

ຕອບກັບ

ຂ່າວ/ບົດ​ອື່ນ