ສະເຫຼີມສະຫຼອງວັນມະຫາສະໝຸດໂລກ ແລະ ສັບປະດາ ທະເລ ແລະ ໝູ່ເກາະ ຫວຽດນາມ 2014

ສະເຫຼີມສະຫຼອງວັນມະຫາສະໝຸດໂລກ ແລະ ສັບປະດາ ທະເລ ແລະ ໝູ່ເກາະ ຫວຽດນາມ 2014 - ảnh 1
(ສະ​ເຫຼີ​ມສະຫຼອງ​ວັນທະ​ເລ​ໂລກ ​ແລະ
ຊັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ 2014)

(vovworld) – ງານ​ໂຮມ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ​ວັນມະຫາ​ສະໝຸດ​ໂລກ ​ແລະ ສັບ​ປະດາ​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ ປີ 2014 ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 07/06, ຢູ່ຫາຍ​ຟ່ອງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ້ວາງ​ຈູງ​ຫາຍ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ບັນດາ​ປະ​ເທດ​ຮັກຫອມ​ສັນຕິພາບ, ຄວາມ​ຍຸຕິ​ທຳ​ໃນ​ໂລກ ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ຫວຽດນາມ, ​ສອດຄ່ອງກັບ​ກົດໝາຍ​ສາກົນ; ພ້ອ​ມທັງ​ຢືນຢັນ​ວ່າ ສຳລັບ​ຊາວ​ຫວຽດນາມ ​ແຕ່ລະຄົນ, ຄວາມ​ເອກະລາດ, ອະທິປະ​ໄຕ​​ແມ່ນ​ສັກກະ​ລະ​ບູຊາ ​ແລະ ບໍ່​ອາດລ່ວງ​ລ້ຳ​ໄດ້.  ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ້ວາງ​ຈູງ​ຫາຍ ກ່າ​ວວ່າ.

        “ຫວຽດນາມ ປາດ​ຖະໜາ​ຢາກມີ​ສັນຕິພາບ, ມິດຕະພາບ ​ແຕ່ສັນຕິພາບ, ມິດຕະພາບ ຕ້ອງ​ອີງ​ໃສ່​ພື້ນຖານ​ຮັບປະກັນ​ເອກ​ກະລາດ​ປະຊາທິປະ​ໄຕ. ດ້ວຍ​ຄວາມ​ເອກອ້າງຖະໜົງ​ໃຈ ​ແລະ ກຽດ​ສັກ​ສີຂອງ​ຊາດ, ພວກ​ເຮົາ​ບໍ່​ຍອມ​ແລກ​​ເອກະລາດ, ອະທິປະ​ໄຕ​ເອົາບໍ່​ວ່າ​ສິ່ງ​ໃດ ​ແລະ ບໍ່​ຍອມ​ຮັບ​ຮູ້​ການນາບ​ຂູ່ ​ແລະ ຈັດ​ວາງດ້ວຍ​ທຸກໆ​ຮູບ​ແບບ​ໃດໆ. ອີກ​ຄັ້ງ​ໜຶ່ງ, ຫວຽດນາມ ຮຽກຮ້ອງ​ໃຫ້​ຈີນ ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທ​ະ​ເລປີ 1982, ​ເຄົາລົບ​ກົດໝາຍສາກົນ, ຮຽກຮ້ອງ​ຈີນ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ລະຫວ່າງ​ຈີ​ນ ກັບ​ບັນດາ​ປະ​ເທ​ດສະມາຊິກອາ​ຊຽນ ຢ່າງ​ເຂັ້ມ​ງວດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ​້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ ກໍ່​ຄື​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ​ເຄົາລົບ​ການ​ເດີນ​ທະ​ເລ​ຢ່າງ​ເສລີ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ​ແລະ ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງໂດຍ​ສັນຕິ​ວິທີ, ຜ່ານ​ການ​ເຈະລາ​ບົນ​ພື້ນຖານ​ປະຕິບັດ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ”.

ຂ່າວ/ບົດ​ອື່ນ