ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຢູ່ ເວ​ເນ​ຊູ​ເອ​ລາ

(VOVWORLD) -ອາຊຽນ ໄດ້ກາຍເປັນໜຶ່ງໃນບັນດາອົງການລະດັບພາກພື້ນທີ່ປະສົບຜົນສຳເລັດທີ່ສຸດ, ກາຍເປັນຄູ່ຮ່ວມມືທີ່ນັບມື້ນັບສຳຄັນຂອງຫຼາຍປະເທດໃນໂລກ. ທ່ານເອກອັກຄະລັດຖະທູດ Mulyono ກໍໄດ້ສະແດງຄວາມຊົມເຊີຍ ເວເນຊູເອລາ ທີ່ໄດ້ເຂົ້າຮ່ວມການລົງນາມ ໃນສົນທິສັນຍາ ເປັນມິດ ແລະ ຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC)ໂດຍໄວ.
ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຢູ່ ເວ​ເນ​ຊູ​ເອ​ລາ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ເລວຽດຢວຽນ ກ່າວຄຳເຫັນທີ່ພິທີ (ພາບ: baoquocte.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີ, ວັນທີ 13 ສິງຫາ, ສະຖານທູດບັນດາປະເທດ ອາຊຽນ ທີ່ມີສຳນັກງານຕັ້ງຢູ່ Caracas ໄດ້ຈັດຕັ້ງພິທີຊັກທຸງຢູ່ສຳນັກງານກະຊວງການຕ່າງປະເທດ ເວເນຊູເອລາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ Imam Edy Mulyono - ປະທານໝູນວຽນ ຄະນະກຳມະການບັນດາປະເທດ ອາຊຽນ ປະຈຳ Caracas (ACC), ໄດ້ເນັ້ນໜັກວ່າ ອາຊຽນ ພວມມຸ່ງໄປເຖິງການຍູ້ແຮງການສ້າງປະຊາຄົມ ອາຊຽນ ດ້ວຍຫົວຂໍ້ “ໜຶ່ງວິໄສທັດ, ໜຶ່ງສີສັນ, ໜຶ່ງປະຊາຄົມ”. ປັດຈຸບັນ, ອາຊຽນ ໄດ້ກາຍເປັນໜຶ່ງໃນບັນດາອົງການລະດັບພາກພື້ນທີ່ປະສົບຜົນສຳເລັດທີ່ສຸດ, ກາຍເປັນຄູ່ຮ່ວມມືທີ່ນັບມື້ນັບສຳຄັນຂອງຫຼາຍປະເທດໃນໂລກ. ທ່ານເອກອັກຄະລັດຖະທູດ Mulyono ກໍໄດ້ສະແດງຄວາມຊົມເຊີຍ ເວເນຊູເອລາ ທີ່ໄດ້ເຂົ້າຮ່ວມການລົງນາມ ໃນສົນທິສັນຍາ ເປັນມິດ ແລະ ຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC)ໂດຍໄວ.

        ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ, ສະຖານທູດບັນດາປະເທດ ອາຊຽນ ໄດ້ຈັດຕັ້ງງານມະໂຫລານອາຫານການກິນ ອາຊຽນ 2021” ແນໃສ່ໂຄສະນາເຖິງເພື່ອນມິດປະເທດປະຈຳຖິ່ນ ຈຸດຄວາມງາມດ້ານອາຫານການກິນທີ່ເປັນມູນເຊື້ອຂອງ ອາຊຽນ ສຳລັບບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ອິນໂດເນເຊຍ ແລະ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ