ສະ​ເຫຼີມ​ສະຫຼອງວັນ​ເລືອກ​ຕັ້ງ​ທົ່ວປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຄົບ​ຮອບ 75 ປີ

(VOVWORLD) -   ຕອນບ່າຍວັນທີ 30 ທັນວາ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ຫວິງລອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດຫວຽດນາມ ຄົບຮອບ 75 ປີ (06/01/1946 – 06/01/2021) ແລະ ສະຫຼຸບການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ 14.
ສະ​ເຫຼີມ​ສະຫຼອງວັນ​ເລືອກ​ຕັ້ງ​ທົ່ວປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຄົບ​ຮອບ 75 ປີ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກ່າວຄຳເຫັນທີ່ການພົບປະ 

ທີ່ການພົບປະ, ບັນດາສະມາຊິກສະພາແຫ່ງຊາດໄດ້ຫວນຄືນໄລຍະ 75 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດຫວຽດນາມ, ຢັ້ງຢືນການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຫວຽດນາມ ສຳລັບຜົນສຳເລັດຢ່າງມີໄຊຂອງການເລືອກຕັ້ງທົ່ວປະເທດ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຢັ້ງຢືນວ່າ, ພາຍຫຼັງ 35 ປີ ແຫ່ງການປ່ຽນແປງໃໝ່, ບົດບາດຂອງສະພາແຫ່ງຊາດ ນັບມື້ນັບສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນການຕັດສິນຊີ້ຂາດບັນຫາສຳຄັນຂອງປະເທດຊາດ. ບັນຫາທີ່ນຳມາປຶກສາຫາລື, ການປະກອບຄຳເຫັນຢູ່ສະພາແຫ່ງຊາດນັບມື້ນັບມີລັກສະນະປະຊາທິປະໄຕ, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ. ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຫວັງວ່າ ໃນໄລຍະຈະມາເຖິງ, ຄະນະສະມາຊິກສະພາແຫ່ງຊາດ ແຂວງ ຫວິງລອງ ຈະເສີມຂະຫຍາຍບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນໃນການເຄື່ອນໄຫວສ້າງກົດໝາຍ, ຮັບຟັງຄຳເຫັນຂອງປະຊາຊົນ ແລະ ສະເໜີຕໍ່ອົງການຈັດຕັ້ງລັດ ໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ