ສະ​ໜາມ​ບິ​ນສາ​ກົນໃຫຍ່​ທີ່​ສຸດ​ຢູ່ ປ​ຣາ​ຮາ ຖືກ​ນາບ​ຂູ່​ວາງ​ລະ​ເບີດ

(VOVWORLD) - ວັນທີ 23 ທັນວາ, ຕຳຫຼວດ ສ.ເຊັກໂກ ໃຫ້ຮູ້ວ່າ ກຳລັງຕຳຫຼວດປະເທດນີ້ ໄດ້ຮັບໂທລະສັບຈາກຜູ້ຊາຍຄົນໜຶ່ງທີ່ໄດ້ເວົ້າພາສາອັງກິດ ກ່ຽວກັບເລື່ອງ “ມີລູກລະເບີດ 5 ລູກ” ຢູ່ສະໜາມບິນ Vaclav Havel, ສະໜາມບິນສາກົນໃຫຍ່ທີ່ສຸດຢູ່ນະຄອນຫຼວງ ປຣາຮາ.

ສະ​ໜາມ​ບິ​ນສາ​ກົນໃຫຍ່​ທີ່​ສຸດ​ຢູ່ ປ​ຣາ​ຮາ ຖືກ​ນາບ​ຂູ່​ວາງ​ລະ​ເບີດ - ảnh 1ພາບປະກອບ: AFP/TTXVN

ຕຳຫຼວດໄດ້ກ່າວເຕືອນ ແລະ ບັງຄັບປະຊາຊົນອົບພະຍົກອອກຈາກເຂດ 1 ຂອງສະໜາມບິນ, ໃນຂະນະທີ່ກຳລັງຕຳຫຼວດພິເສດ, ເຄື່ອນທີ່ ແລະ ບັນດານັກຊ່ຽວຊານທຳລາຍລູກລະເບີດ ຂອງທັງປະເທດ ສ.ເຊັກໂກ ແລະ ຕ່າງປະເທດ ໄດ້ດຳເນີນການກວດກາ, ຊອກຫາວັດຖຸລະເບີດຢູ່ ສະໜາມບິນ.

ເຖິງຢ່າງໃດກໍຕາມ, ພາຍຫຼັງການກວດກາເປັນເວລາເຄື່ອງຊົວໂມງ, ຕຳຫຼວດໄດ້ສະຫຼຸບວ່າ ນີ້ແມ່ນຄຳກ່າວເຕືອນປ່ອມ. ຫຼັງຈາກນັ້ນ ບັນດາການເຄື່ອນໄຫວຢູ່ສະໜາມບິນ Vaclav Havel ສືບຕໍ່ໄດ້ຮັກສາເປັນປົກກະຕິ ດ້ວຍການເພີ່ມທະວີບັນດາມາດຕະການປ້ອງກັນຄວາມໝັ້ນຄົງ. ຕຳຫຼວດໃຫ້ຮູ້ວ່າ ຈະສືບຕໍ່ສຶບສວນຜູ້ໂທລະສັບນາບຂູ່ ແລະ ປະຕິບັດລະບຽບການດຳເນີນຄະດີ.

ຕອບກັບ

ຂ່າວ/ບົດ​ອື່ນ