ສາກົນມີຄວາມວິຕົກກັງວົນຕໍ່ສະພາບການເມືອງຢູ່ສີລັງກາ

(VOVWORLD) -ຫຼາຍປະເທດໃນໂລກໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ທ່ານປະທານາທິບໍດີສີລັງກາ Maithripala Sirisena ຕົກລົງຍຸບເລີກສະພາແຫ່ງຊາດ, ການກະທຳດັ່ງກ່າວໄດ້ຮັບຖືວ່າ ຈະເຮັດໃຫ້ວິກິດການດ້ານການເມືອງຢູ່ປະເທດເກາະມະຫາສະນຸດອິນເດຍ ສັບສົນກວ່າ.

ສາກົນມີຄວາມວິຕົກກັງວົນຕໍ່ສະພາບການເມືອງຢູ່ສີລັງກາ - ảnh 1 ທ່ານປະທານາທິບໍດີສີລັງກາ Maithripala Sirisena

(ພາບປະກອບອີນເຕີເນັດ)

ໃນຖະແຫຼງການທາງສື່ສັງຄົມ Twitter, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ “ວໍຊິງຕັນ ມີຄວາມວິຕົກກັງວົງຢ່າງເລິກເຊິ່ງ ຕໍ່ຂ່າວທີ່ວ່າ ສະພາແຫ່ງຊາດສີລັງກາ ຖືກຍຸບເລີກ, ເຊິ່ງເຮັດໃຫ້ວິກິດການດ້ານການເມືອງຢູ່ປະເທດນີ້ສັບສົນຂຶ້ນຕື່ມ”.

        ໃນຂະນະນັ້ນ, ທ່ານ Mark Field, ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ຜູ້ຮັບຜິດຊອບພາກພື້ນອາຊີ ແລະ ປາຊີຟິກ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບການກະທຳຍຸບເລີກສະພາແຫ່ງຊາດຂອງທ່ານປະທານາທິບໍດີສີລັງກາ; ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍ “ຮັກສາລັດຖະທຳມະນູນ ກໍຄືເຄົາລົບບັນດາລະບອບລະບຽບການ ແລະ ວິວັດທະນາການປະຊາທິປະໄຕ”.

        ນອກນັ້ນ, ກະຊວງການຕ່າງປະເທດການາດາ; ລັດຖະມົນຕີການຕ່າງປະເທດອົດສະຕາລີ ກໍ່ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ຕົກລົງຍຸບເລີກສະພາແຫ່ງຊາດຂອງທ່ານປະທານາທິບໍດີສີລັງກາ Maithripala Sirisena.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີສີລັງກາ Maithripala Sirisena ຖະແຫຼງວ່າ ໄດ້ຍຸບເລີກສະພາແຫ່ງຊາດ ແລະ ຮຽກຮ້ອງການເລືອກຕັ້ງທົ່ວປະເທດໃນວັນທີ 05 ມັງກອນ 2019.

ຕອບກັບ

ຂ່າວ/ບົດ​ອື່ນ