ສ້າງ​ກົ​ນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ

(VOVWORLD) - ຕ້ອງກຳນົດບັນດາຄຸນຄ່າ, ເປົ້າໝາຍຢ່າງຈະແຈ້ງ ເພື່ອສ້າງບັນດາກຸ່ມເປົ້າໝາຍປັບປຸງ ແລະ ສ້າງກົນໄກນະໂຍບາຍພິເສດໃນການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳ ຫວຽດນາມ ໃຫ້ສົມບູນແບບ”. 

ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃນກອງປະຊຸມກັບບັນດາກະຊວງ, ຂະແໜງການ ກ່ຽວກັບຂໍ້ສະເໜີແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 – 2035 ຊຶ່ງໄດ້ດຳເນີນໃນຕອນເຊົ້າວັນທີ 18 ມີນາ, ຢູ່ຮ່າໂນ້ຍ.

ສ້າງ​ກົ​ນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ໃຫ້​ສົມ​ບູນ​ແບບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ 2 ກຸ່ມບັນຫາໃຫຍ່ຕ້ອງແກ້ໄຂໃນໂຄງການນີ້ແມ່ນ: ບັນດາບັນຫາຈຳເປັນ ແລະ ຮີບດ່ວນໃນການອະນຸລັກຮັກສາ, ຟື້ນຟູຄຸນຄ່າ, ມໍລະດົກວັດທະນະທຳດ້ວຍງົບປະມານແຫ່ງລັດ ສົມທົບກັບແຫຼ່ງກຳລັງຈາກສັງຄົມ; ສ້າງກົນໄກ, ນະໂຍບາຍບຸກທະລຸ, ປ່ຽນແປງໃໝ່ຈິນຕະນາການໃນວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະ ພັດທະນາວັດທະນະທຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ