ສ້າງຕັ້ງໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບການປະຕິບັດສົນທິສັນຍາສປຊຕ້ານການທໍລະມານ

ສ້າງຕັ້ງໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບການປະຕິບັດສົນທິສັນຍາສປຊຕ້ານການທໍລະມານ - ảnh 1
(ສ້າງ​ຕັ້ງ​ໜ່ວຍ​ປະຕິບັດງານ​ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບ​
ການ​ປະຕິບັດ​ສົນທິສັນຍາ​ສປຊຕ້ານ​ການ​ທໍລະມານ)


(vovworld) – ​ໜ່ວຍ​ປະຕິບັດງານ​ລະຫວ່າງ​ຂະ​ແໜງ​ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ​ສະຫະ​ປະຊາ​ຊາດ ຕ້ານ​ການ​ທໍລະມານ ​ແລະ ບັນດາ​ຮູບ​ການ​ປະພຶດ​ຕໍ່ ຫຼື ການ​ລົງ​ໂທດຢ່າງ​​ໂຫ​ດຮ້າຍ, ​ໄຮ້​ມະນຸດສະທຳ ຫຼື ​​ໃສ່​ຮ້າຍ​ປາຍ​ສີ​ມະນຸດ (ໜ່ວຍ​ປະຕິບັດ​ງານ​ສົນທິສັນຍາ​ສະຫະ​ປະຊາ​ຊາດ) ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ​ເພື່ອ​ແນ​ໃສ່​ເປັນ​ເສນທິ​ການ​ໃຫ້​ລັດຖະບານ ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະ​ຕິ​ບັດສົນທິສັນຍາຕ້ານ​ການ​ທໍລະມານ. ພ້ອມ​ທັງ​ແມ່ນ​ອົງການຈຸດ​ສຸມ​ກ່ຽວ​ກັບສົນທິສັນຍາຕ້ານ​ການ​ທໍລະມານ ​ແລະ ບັນດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ… ຊ່ວຍ​ລັດຖະບານ ສ້າງ ​ແລະ ປົກ​ປ້ອງ​ບົດ​ລາຍ​ງານ​ຂອງ​ປະ​ເທດ​ສະມາຊິກ ຕາມ​ຂໍ້​ກຳນົດ​ຂອງ​ສົນທິ​ສັນຍາ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງຕຳຫຼວດ ​ໂຕ​​ເລີມ ຢືນຢັນ​ວ່າ: ​ເລື່ອງ​ຫວຽດນາມ ​ກາຍ​ເປັນ​ສະມາຊິກ​ຂອງສົນທິສັນຍາຕ້ານ​ການ​ທໍລະມານຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 05/02/2015, ​ແມ່ນ​ເຫດການ​ການ​ເມືອງ, ການ​ຕ່າງປະ​ເທດ​ຍຸຕິ​ທຳ ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດສຳລັບ​ຫວຽດນາມ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​​ເຫັນ​ນະ​ໂຍບາຍມະນຸດສະທຳ​ຂອງ​ພັກ ​ແລະ ລັດ; ປະກອບສ່ວນ​ຍົດ​ສູງ​ອິດ​ທິພົນ​ຊື່​ສຽງ ​ແລະ ທ່ີ​ຕັ້ງ​ການ​ເມືອງ​ຂອງ​ຫວຽດນາມ ​ຢູ່ໃນ​​ໂລກ.

ຂ່າວ/ບົດ​ອື່ນ