ສ້າງ​ນະ​ຄອນ​ດ່າ​ນັ້ງ ກາຍ​ເປັນ​ສູນ​ການ​ເງິ​ນ​ສາ​ກົນ

(VOVWORLD) - ນະຄອນດ່ານັ້ງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການວາງແຜນຜັງກໍ່ສ້າງພື້ນຖານໂຄງລ່າງ, ຫັນຕົວເມືອງເປັນທັນສະໄໝ ເພື່ອໜູນຊ່ວຍການພັດທະນາສູນການເງິນສາກົນ.
ສ້າງ​ນະ​ຄອນ​ດ່າ​ນັ້ງ ກາຍ​ເປັນ​ສູນ​ການ​ເງິ​ນ​ສາ​ກົນ - ảnh 1ການນຳນະຄອນດ່ານັ້ງ ເຮັດວຽກກັບ ຄະນະປະຕິບັດວຽກງານ ອົງການ TheCityUK (ພາບ: VOV)

ຕອນບ່າຍວັນທີ 6 ມີນາ, ຢູ່ນະຄອນ ດ່ານັ້ງ, ການນຳນະຄອນ ດ່ານັ້ງ ໄດ້ ເຮັດວຽກກັບກຸ່ມປະຕິບັດງານຂອງອົງການ TheCityUK, ລາຊະອານາຈັກ ອັງກິດ, ກ່ຽວກັບໂຄງການສູນການເງິນສາກົນ ດ່ານັ້ງ. ທີ່ການເຮັດວຽກ, ທ່ານ Andrew Oldland ຫົວໜ້າກຸ່ມປະຕິບັດງານ TheCityUK ກ່ຽວກັບສູນການເງິນສາກົນ, ໄດ້ສະເໜີແນະ ນະຄອນດ່ານັ້ງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການດຶງດູດ ແລະ ສົມທົບກັບບັນດານັກລົງທຶນຍຸດທະສາດພັດທະນາສູນການເງິນສາກົນ ທີ່ອາດຈະເຊື່ອມຕໍ່ ກັບສູນການເງິນສາກົນ ນະຄອນໂຮ່ຈີມິນ ໃນອະນາຄົດ ເປັນຢ່າງດີ. ນະຄອນດ່ານັ້ງ ຕ້ອງເອົາໃຈໃສ່ເປັນພິເສດເຖິງການວາງແຜນຜັງກໍ່ສ້າງພື້ນຖານໂຄງລ່າງ, ຫັນຕົວເມືອງເປັນທັນສະໄໝ ເພື່ອໜູນຊ່ວຍການພັດທະນາສູນການເງິນສາກົນ. ສ່ວນທ່ານ ໂຮ່ກີມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ສະເໜີວ່າ:

ເພື່ອສາມາດຄັດເລືອກໄດ້ຮູບແບບສູນການເງິນສາກົນ ທີ່ເໝາະສົມ, ມີການເຄື່ອນໄຫວທີ່ມີປະສິດທິຜົນ, ພວກເຮົາຕ້ອງຄົ້ນຄ້ວາ, ເຫັນໄດ້ຫຼາຍແງ່ມູມທີ່ແຕກຕ່າງກັນ. ຂ້າພະເຈົ້າມີຄວາມປາດຖະໜາຢ່າງຍິ່ງວ່າ ໃນໄລຍະຈະມາເຖິງ TheCityUK ຈະສົມທົບກັບດ່ານັ້ງ, ນອກຈາກແຫຼ່ງໜູນຊ່ວຍຂອງກະຊວງການຕ່າງປະເທດ ອັງກິດ ພວກເຮົາຈະສືບຕໍ່ຊອກຫາບັນດາແຫຼ່ງໜູນຊ່ວຍອື່ນໆອີກ ລວມທັງຂອງສາກົນ ກໍ່ຄືຫວຽດນາມ ເພື່ອມີບັນດາບົດລາຍງານຄົ້ນຄ້ວາ ການສະເໜີເປັນເອກະລາດ ກ່ຽວກັບຮູບແບບສູນການເງິນສາກົນ ໃຫ້ແກ່ ຫວຽດນາມ ກໍ່ຄືດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ