ສ້າງສັງຄົມຮໍ່າຮຽນ: ຈາກວິໄສທັດເຖິງການກະທຳ

ສ້າງສັງຄົມຮໍ່າຮຽນ: ຈາກວິໄສທັດເຖິງການກະທຳ - ảnh 1
(ພາບປະກອບ)

(vovworld) – ​​​ວັນ​ທີ 01/10, ຢູ່​ແຂວງ​ຟຸທໍ​້ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ສ້າງ​ສັງຄົມ​ຮໍ່າຮຽນ: ຈາກ​ວິ​ໄສ​ທັດ​​ເຖິງການ​ກະທຳ” ​ເຂດ​ພາກ​ເໜືອ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸ​ງສ້າງ, ສະມາຄົມ​ສົ່ງ​ເສີມການ​ຮໍ່າຮຽນ​ຫວຽດນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ ​ແລະ ຫ້ອງການ​ອົງການ​ຈັດ​ຕັ້ງ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະປະຊາ​ຊາດ (UNESCO) ສົມທົບ​ກັນ​ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ແທນ​ໄດ້​ເຕື້ອງ​ເຖິງບັນດາ​ມາດ​ຕະການ​ເຮັດ​ໃຫ້​ຄວາມ​ປາດ​ຖະໜາ​ກ່ຽວ​ກັບ​ພົນລະ​ເມືອງ​ຮໍ່າຮຽນ ​ແລະ ສັງຄົມ​ຮໍ່າຮຽນ​ຂອງ​ຫວຽດນາມ ​ໃນ​ສະຕະວັດ​ທີ 21 ​ໃຫ້​ປະກົດ​ຜົນ​ເປັນ​ຈິງເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ບັນດາ​ຜູ​​ແທນ​ກໍ່​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ ​ແລະ ການ​ກະທົບ​ທີ່​ຕັ້ງໜ້າຂອງ​ການ​ສ້າງ​ຄອບຄົວ​ຮໍ່າຮຽນ, ວົງ​ຕະກຸນ​ຮໍ່າຮຽນ ​ແລະ ອົງການ​ຈັດ​ຕັ້ງ, ປະຊາ​ຄົມ​ຮໍ່າຮຽນ ​ແລະ ​ແຕ່ລະບຸກຄົນຮໍ່າຮຽນ, ​ເພື່ອ​ແນ​ໃສ່​ເປີດສ້າງກາລະ​ອກາດ​ໃຫ້​ທຸກ​ຄົນ​ໄດ້​ເຂົ້າຮ່ວມ​ການ​ຮໍ່າຮຽນ ​ແລະ ​ໄດ້​ຊົມ​ໃຊ້ຜົນ​ປະ​ໂຫຍ​ດຈາກ​ການ​ຮໍ່າຮຽນ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ວິ​ງຫຽນ ​ແລ້ວ, ຫວຽດນາມ ຕ້ອງ​ກຳນົດ​ໄດ້​ຄວາມ​ປາດ​ຖະໜາລະອຽດ​ສຳລັບ​ສັງຄົມ​ຮໍ່າຮຽນ ​ແລະ ພົນລະ​ເມືອງ​ຮໍ່າຮຽນ​; ຈັດ​ຕັ້ງ​ບັນດາ​ການ​ເຈລະຈາ​ນະ​ໂຍບາຍ ​ເພື່ອ​ຮັບປະກັນ​ໃຫ້​ມີ​ຄວາມ​ຮູ້​ລວມກ່ຽວ​ກັບ​ຈຸດ​ພິ​ເສດ​​ໂດຍ​ພື້ນຖານ​ຂອງ​ສັງຄົມ​ຮໍ່າຮຽນ ​ແລະ ພົນລະ​ເມືອງ​ຮໍ່າຮຽນ​ເຊິ່ງຫວຽດນາມ ປາດ​ຖະໜາ.

ຂ່າວ/ບົດ​ອື່ນ