ສ້າງ​ຫ້ອງ​ທົດ​ລອງ AI ຢູ່ ຫວຽດ​ນາມ

(VOVWORLD) - ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຄວາມຫວັງຈະບຳລຸງສ້າງບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ກ່ຽວກັບ 5G ກໍ່ຄືບບັນດາໂປແກຼມ AI, ຊ່ວຍຍູ້ໄວວິວັດທະນາການເຕັກໂນໂລຢີ 4.0 ຂອງ ຫວຽດນາມ.
ສ້າງ​ຫ້ອງ​ທົດ​ລອງ AI ຢູ່ ຫວຽດ​ນາມ - ảnh 1ກຸ່ມບໍລິສັດເຕັກໂນໂລຢີ Ericsson ແລະ ມະຫາວິທະຍາໄລ RMIT  ເຊັນຂໍ້ຕົກລົງສ້າງຫ້ອງທົດລອງ ກ່ຽວກັບປັນຍາປະດິດ (ພາບ: VOV)

ວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດເຕັກໂນໂລຢີ Ericsson ແລະ ມະຫາວິທະຍາໄລ RMIT ໄດ້ເຊັ່ນຂໍ້ຕົກລົງສ້າງຫ້ອງທົດລອງກ່ຽວກັບປັນຍາປະດິດ (AI RMIT-Ericsson). ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຄວາມຫວັງຈະບຳລຸງສ້າງບັນດາຜູ້ມີຄວາມເກັ່ງກ້າສາມາດໜຸ່ມ ກ່ຽວກັບ 5G ກໍ່ຄືບບັນດາໂປແກຼມ AI, ຊ່ວຍຍູ້ໄວວິວັດທະນາການເຕັກໂນໂລຢີ 4.0 ຂອງ ຫວຽດນາມ ກໍ່ຄືຄວາມມຸ່ງຫວັງກາຍເປັນສູນປັນຍາປະດິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນປີ 2030.

ຕາມນັ້ນແລ້ວ, ຄາດວ່າບັນດາການເຄື່ອນໄຫວຮ່ວມມືຂອງຫ້ອງທົດລອງ AI ຈະລວມມີບັນດາໂຄງການບຳລຸງສ້າງ/ຮ່ຳຮຽນ ການປະມວນກ່ຽວກັບ 5G, ປັນຍາປະດິດ, ເຄື່ອງຈັກ, ຫັນເປັນອັດຕະໂນມັດ ແລະ ບັນດາເຕັກໂນໂລຢີທີ່ກ່ຽວຂ້ອງ, ໜູນຊ່ວຍນັກສຶກສາຂະແໜງວິທະຍາສາດເຕັກໂນໂລຢີ ແລະ ເຕັກນິກຂອງ RMIT ໃນການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນວິວັດທະນາການຫັນປ່ຽນພື້ນຖານເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາຫະກຳ4.0 ຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ