ສ້າງຮູບແບບການເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ

(VOVWORLD) -ຕອນບ່າຍວັນທີ 8 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງໄດ້ເປັນປະທານການເຮັດວຽກກັບຄະນະການເມືອງພາຍໃນສູນກາງພັກ ຊຶ່ງແມ່ນອົງການປະຈຳການຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ ກ່ຽວກັບການສ້າງຮ່າງແຜນ “ ການຈັດຕັ້ງ ເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຈັ້ນສູນກາງ”
ສ້າງຮູບແບບການເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການຂັ້ນສູນກາງ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

     ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ ຄະນະການເມືອງພາຍໃນສູນກາງພັກ ສືຍຕໍ່ສ້າງຮ່າງແຜນການໃຫ້ສົມບູນແບບ, ຮັບປະກັນລັກສະນະວິທະຍາສາດ ເພື່ອຍື່ນສະເໜີຕໍ່ກົມການເມືອງໃຫ້ຄຳເຫັນໂດຍໄວ. ການບູລະນະການຈັດຕັ້ງພາລະໜ້າທີ່ຂອງຄະນະຊີ້ນຳ ສອດຄ່ອງກັບພຶດຕິກຳຕົວຈິງ ແລະ ໜ້າທີ່ ແມ່ນເງື່ອນໄຂສຳຄັນຊ່ວຍໃຫ້ຄະນະຊີ້ນຳເຮັດສຳເລັດໜ້າທີ່ຊຶ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ, ປະຕິບັດຖືກຕາມເນື້ອໃນຈິດໃຈມະຕິ, ແຜນນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ສ້າງຂີດໝາຍທີ່ແຂງແຮງໃນການປະຕິຮູບດ້ານຕຸລາການ

ຕອບກັບ

ຂ່າວ/ບົດ​ອື່ນ