ສ້າງແຜນຮ່າງສ້າງຕັ້ງສະຖາບັນວັກຊິນແຫ່ງຊາດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ເປັນເອກະພາບແຜນນະໂຍບາຍເພີ່ມທະວີ, ຊຸກຍູ້ການຮ່ວມທຸລະກິດໃນການລົງທຶນກໍ່ສ້າງ, ພັດທະນາບັນດາສູນຄົ້ນຄວ້າ, ສູນທົດລອງກວດເບື້ອງຕົ້ນຕາມມາດຕະຖານສາກົນ.
ສ້າງແຜນຮ່າງສ້າງຕັ້ງສະຖາບັນວັກຊິນແຫ່ງຊາດ - ảnh 1(ພາບປະກອບ: TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຫວຽດນາມ ສ້າງແຜນຮ່າງສ້າງຕັ້ງສະຖາບັນວັກຊິນແຫ່ງຊາດ ຕິດພັນກັບສູນຄົ້ນຄວ້າຖ່າຍທອດເຕັກໂນໂລຊີວັກຊິນ. ຕາມແຈ້ງການສະຫຼຸບທີ່ການເຮັດວຽກກັບກະຊວງສາທາລະນະສຸກຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ເປັນເອກະພາບແຜນນະໂຍບາຍເພີ່ມທະວີ, ຊຸກຍູ້ການຮ່ວມທຸລະກິດໃນການລົງທຶນກໍ່ສ້າງ, ພັດທະນາບັນດາສູນຄົ້ນຄວ້າ, ສູນທົດລອງກວດເບື້ອງຕົ້ນຕາມມາດຕະຖານສາກົນ. ມອບໃຫ້ກະຊວງສາທາລະນະສຸກຊີ້ນຳໃຫ້ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ໂຮງໝໍສ້າງແຜນຮ່າງທົດລອງການສ້າງຕັ້ງ,  ບູລະນະບັນດາຫົວໜ່ວຍໃຫ້ສົມບູນແບບເໝາະສົມກັບພາລະໜ້າທີ່, ກຳນົດທິດການພັດທະນາ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ.

ທ່ານຮອງນາຍົກລັດຖະມົນຕີຊີ້ນຳການຊຸກຍູ້ການຜັນຂະຫຍາຍ, ເພີ່ມທະວີການນຳໃຊ້ວິທະຍາສາດທີ່ກ້າວໜ້າຄືປັນຍາປະດິດ (AI), ບັນດານັກຊ່ຽວຊານໃນວຽກງານຄາດຄະເນ, ບົ່ງມະຕິ, ປິ່ນປົ່ວ ແລະ ການແພດຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ