ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການປ່ຽນແປງຂອງດິນຟ້າອາກາດຄືນໃໝ່

ສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການປ່ຽນແປງຂອງດິນຟ້າອາກາດຄືນໃໝ່ - ảnh 1
ກອງ​ປະ​ຊຸມ​ສຳ​ມ​ະ​ນາ “​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳຄືນ​ໃໝ່, ​ດັບ​ປັບ​ໃຫ້​ແທ​ດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”
(ພາບ: Bích Hồng/BNEWS/TTXVN)

(vovworld) - ​​​ ​ຕອນ​ບ່າ​ຍ​ວັນ​ທີ 15/11, ຢູ່​ຮ່າ​ໂນ້ຍ, ໜັງ​ສື​ພິມ ນົງ​ທົນ​ໄງ໋​ໄນ ​ໄດ້ສົ​ມ​ທົບ​ກັບ​ສະ​ຖາ​ບັນ​ນະ​ໂຍບ​າຍ​ຍຸດ​ທະ​ສາດ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມ​ະ​ນາ “​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳຄືນ​ໃໝ່, ​ດັບ​ປັບ​ໃຫ້​ແທ​ດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ”. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ຖື​ວ່າ: ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ກຳ​ນົດ​ທິດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ. ກ່ຽວ​ກັບ​ໄລ​ຍະ​ຍາວ, ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​​ຄືນ​ໃໝ່ຕ້ອງ​ຕິດ​ພັນ​ກັບ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ທະ​ເລ​ຊຶມ​ເຂົ້າ, ໃນ​ນັ້ນ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ​ເປັນ​ຢ່າງ​ດີ, ວາງ​ແຜນ​​ກຳ​ນົດລະ​ບົບ​ຊົນ​ລະ​ປະ​ທ​ານ​ຄົບ​ຊຸດ​ຕາມ​ເຂດ ເພື່ອ​ຮັກ​ສາ​ບົດ​ບາດ​ໃນ​ການຄຸ້ມ​ຄອງ​ແຫຼ່ງ​ນ້ຳ​ໃຫ້​ເປັນ​ຢ່າງດ​ີ. ເລື່ອງ​ພັດ​ທະ​ນາ​ກະ​ສິ​ກຳ​ສະຫຼາດໄດ້​ສຸມ​ໃສ່​ເຂົ້າ 3 ເສົາ​ຄ້ຳຕົ້ນ​ຕໍ​​ນັ້ນແມ່ນ​ຄ້ຳ​ປະ​ກັນດ້ານ​ສະ​ບຽງ​ອາ​ຫານ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື ແລະ ຫລຸດ​ຜ່ອນ​ຜົນ​​ກະ​ທົບ​ຫຍໍ້​ທໍ້​​ຈາກ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.


ຂ່າວ/ບົດ​ອື່ນ