ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື ອີ​ຢູ - ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ຮ່ວມ​ມື ແລະ ພັດ​ທະ​ນາ​ຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງຝ່າຍ

(VOVWORLD) - ຕອນເຊົ້າວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ, ສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham) ໄດ້ຈັດພິທີເປີດຕົວປຶ້ມປົກຂາວ 2022/2023, ດ້ວຍຫົວຂໍ້ “ມຸ່ງໄປເຖິງເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ”.
ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື ອີ​ຢູ - ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ຮ່ວມ​ມື ແລະ ພັດ​ທະ​ນາ​ຫຼາຍ​ຢ່າງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງຝ່າຍ - ảnh 1

ປຶ້ມປົກຂາວ ສະໜອງຂໍ້ມູນລະອຽດກ່ຽວກັບສິ່ງທ້າທາຍພວມກີດຂວາງການເຕີບໂຕເສດຖະກິດ ແລະ ເຮັດແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາຂົງເຂດສຳຄັນຄື: ການຄ້າ, ການລົງທຶນ, ວຽກເຮັດງານທຳ ແລະ ພັດທະນາ.

        ກ່າວຄຳເຫັນທີ່ພິທີ, ທ່ານ Alain Cany, ປະທານ EuroCham ຖືວ່າ ບັນດາເນື້ອໃນຫຼັກທີ່ລະບຸໃນປຶ້ມປົກຂາວເຫຼັ້ມນີ້ ສາມາດນຳໃຊ້ເພື່ອໜູນຊ່ວຍແຜນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ຫວຽດນາມ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ກຸ່ມ ເອີຣົບ ໜູນຊ່ວຍແຜນການຕ່າງໆນີ້ໄດ້ຢ່າງມີປະສິດທິຜົນ. ສ່ວນທ່ານ Thomas Wiersing, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ອີຢູ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ສາຍພົວພັນຄູ່ຮ່ວມມື ອີຢູ - ຫວຽດນາມ ໄດ້ ແລະ ກຳລັງນຳມາເຊິ່ງກາລະໂອກາດຮ່ວມມື ແລະ ພັດທະນາໃຫ້ແກ່ວິສາຫະກິດຂອງທັງສອງຝ່າຍ. ພ້ອມດຽວກັນນັ້ນ, ສັນຍາ EVFTA ກໍແມ່ນກຳລັງໜູນເພື່ອຊຸກຍູ້ການຄ້າ, ການລົງທຶນ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືໃນຂົງເຂດເຕັກໂນໂລຢີ ແລະ ວິຊາສະເພາະລະຫວ່າງ ຫວຽດນາມ ແລະ ອີຢູ.

        “ອາດເຫັນໄດ້ຢ່າງຈະແຈ້ງວ່າ ສາຍພົວພັນຄູ່ຮ່ວມມືຂອງພວກເຮົາພວມພັດທະນາຢ່າງດີງາມ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ໃນອະນາຄົດ, ສາຍພົວພັນນີ້ ຈະດີກວ່າອີກ. ເລື່ອງພິມຈຳໜ່າຍປຶຶ້ມປົກຂາວ EU ແນ່ນອນວ່າ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືຂອງພວກຂ້າພະເຈົ້າກັບ ລັດຖະບານ. ຄະນະຜູ້ຕາງໜ້າ EU ຕັດສິນໃຈ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຄູ່ຮ່ວມມື ຫວຽດນາມ ເພື່ອສືບຕໍ່ພັດທະນາການປະຕິບັດສັນຍາ EVFTA.”

ຕອບກັບ

ຂ່າວ/ບົດ​ອື່ນ