ສານອວຍ​ພອນ​ວັນ​ຊາດ ສ.ເຊັກ​ໂກ

(VOVWORLD) -ວັນທີ 28 ຕຸລາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ Milos Zeman

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຊາດ ສ.ເຊັກໂກ (ຄືວັນທີ 28 ຕຸລາ 1918 – 28 ຕຸລາ 2020), ວັນທີ 28 ຕຸລາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ສົ່ງສານອວຍພອນເຖິງທ່ານປະທານາທິບໍດີ Milos Zeman, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ ນາຍົກລັດຖະມົນຕີ Andrej Babis.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ສົ່ງສານອວຍພອນເຖິງທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Tomas Petricekເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ