ສານອວຍ​ພອນ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຄົບ​ຮອບ 92 ປີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 92 ປີ (03/02/1930 – 03/02/2022), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ໃນສານອວຍພອນ, ພັກປະຊາຊົນປະຕິວັດ ລາວ ແລະ ປະຊາຊົນ ລາວ ບັນດາເຜົ່າໄດ້ຢືນຢັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ ເປັນຊັບສົມບັດລວມອັນລ້ຳຄ່າ, ແມ່ນກົດເກນຍືນຍົງຄົງຕົວ, ແມ່ນການພັດທະນາຂອງສອງຊາດ. ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນ, ເພື່ອຜົນປະໂຫຍດຂອງສອງປະເທດ, ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.

        ໃນສານອວຍພອນຂອງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ກຳປູເຈຍ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ຢັ້ງຢືນຄວາມຕັດສິນໃຈສືບຕໍ່ນຳການພົວພັນລະຫວ່າງ ກຳປູເຈຍ - ຫວຽດນາມ ໃຫ້ນັບມື້ນັບພັດທະນາຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ຕອບກັບ

ຂ່າວ/ບົດ​ອື່ນ