ສຳພັນທະມິດການທະຫານ ອາຣັບ ໂດຍອາຣັບບິ ຊະອຸດິ ນຳໜ້າໄດ້ຖະແຫຼງການຢຸດຍິງຢູ່ ເຢແມນ

(VOVWORLD) -  ວັນທີ 08 ເມສາ, ສຳພັນທະມິດການທະຫານ ອາຣັບ ໂດຍ ອາຣັບບິ ຊະອຸດິ ນຳໜ້າໄດ້ຕັດສິນໃຈຢຸດຕິບັ້ນຮົບການທະຫານຢູ່ ເຢແມນ ໃນ 2 ອາທິດ ເພື່ອແນໃສ່ສະໜັບສະໜູນຂໍ້ລິເລີ່ມຢຸດຍິງຂອງສະຫະປະຊາຊາດ.
ສຳພັນທະມິດການທະຫານ ອາຣັບ ໂດຍອາຣັບບິ ຊະອຸດິ ນຳໜ້າໄດ້ຖະແຫຼງການຢຸດຍິງຢູ່ ເຢແມນ - ảnh 1ສຳພັນທະມິດການທະຫານ ອາຣັບ ໂດຍອາຣັບບິ ຊະອຸດິ ນຳໜ້າໄດ້ຖະແຫຼງການຢຸດຍິງຢູ່ ເຢແມນ (ພາບ: THX/TTXVN) 

        ຄຳສັ່ງຢຸດຍິງຈະມີຜົນສັກສິດນັບແຕ່ວັນທີ 09 ເມສາ ເປັນຕົ້ນໄປ ແລະ ແກ່ຍາວໄປຮອດຮອບເວລາເຄິ່ງເດືອນ. ກຳລັງພວກກະບົດ Houthi ຢູ່ ເຢແມນ ຈະຍອມຮັບການສະເໜີຢຸດຍິງ ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງຕິດແປດຈາກໂລກລະບາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ສຳພັນທະມິດດັ່ງກ່າວ ຈະຮັກສາສິດປ້ອງກັນຕົນເອງ ຖ້າຖືກບຸກໂຈມຕີໃນໄລຍະເວລາດັ່ງກ່າວ, ພ້ອມທັງ ຈະພິຈາລະນາແກ່ຍາວໄລຍະເວລາຢຸດຍິງ ຖ້າໄດ້ຮັບການກະທົບຕອບ “ຢ່າງຕັ້ງໜ້າ” ຈາກກຳລັງ Houthi.

 

ຕອບກັບ

ຂ່າວ/ບົດ​ອື່ນ