ສ.ເກົາຫຼີ ຊຸກຍູ້ແຜນການເປີດປະຕູເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) - “ເສັ້ນທາງຍ່າງແຫ່ງສັນຕິພາບ” ຈະລວມມີເສັ້ນທາງ 3 ເສັ້ນ

        ລັດຖະບານ ສ.ເກົາຫຼີ ພວມຊຸກຍູ້ໂຄງການ “ເສັ້ນທາງຍ່າງແຫ່ງສັນຕິພາບ”, ໂດຍອະນຸຍາດໃຫ້ປະຊາຊົນສາມາດຍ່າງເຂົ້າໄປໃນເຂດປອດການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (DMZ)  ເຊິ່ງເຄີຍເປັນເຂດຄວບຄຸມການເຂົ້າ-ອອກ ສໍາລັບສາມັນຊົນ. “ເສັ້ນທາງຍ່າງແຫ່ງສັນຕິພາບ” ຈະລວມມີເສັ້ນທາງ 3 ເສັ້ນ. ເສັ້ນທາງທີ່ຢູ່ເບື້ອງທິດຕາເວັນຕົກ ມີຈຸດເລີ່ມຕົ້ນແຕ່ນະຄອນ Paju, ແຂວງ Gyeonggi  ໄປຜ່ານສະຖານີລົດໄຟ Dorasan ຈົນໄປຮອດບ້ານຢູ່ຕາແສງ Daeseong, ທີ່ຕັ້ງຢູ່ໃນເຂດ DMZ.  ເສັ້ນທາງທີ່ຢູ່ເບື້ອງທິດຕາເວັນອອກ ແມ່ນເລີ່ມແຕ່ເມືອງ Goseong, ແຂວງ Gangwon ຈົນໄປຮອດສະຖານີຕິດຕາມ 717 OP, ເຊິ່ງເປັນບ່ອນຊົມທິວທັດພູ Kumgang ຂອງ ສປປ.ເກົາຫຼີ. ສ່ວນເສັ້ນທາງສຸດທ້າຍແມ່ນ ເສັ້ນທາງໃຈກາງ ໄປຜ່ານໂນນ Baekma ຂຶ້ນກັບເມືອງ Cheorwon, ແຂວງ Gangwon ຕັດໄປຍັງ ໂນນ Hwasalmori ເຊິ່ງເປັນສະໜາມຮົບທີ່ດຸເດືອດໃນສົງຄາມເກົາຫຼີ (1950 – 1953).

ຕອບກັບ

ຂ່າວ/ບົດ​ອື່ນ