ສ.ເກົາຫຼີ ຊົມເຊີຍການນຳ ອາເມລິກາ, ສປປ.ເກົາຫຼີ ຮັກສາການຕິດຕໍ່ພົວພັນ

(VOVWORLD) - ວັນທີ 16 ມິຖຸນາ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ສະແດງຄວາມປະເອີບໃຈກ່ຽວກັບແຈ້ງການຫວ່າງແລ້ວນີ້ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໂດຍໃຫ້ຮູ້ວ່າ:

ທ່ານຈະໂອ້ລົມກັບການນຳ ສປປ.ເກົາຫຼີ Kim Jong-un ຜ່ານທາງໂທລະສັບ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ຖືວ່າ: ນີ້ແມ່ນ “ບາດກ້າວສຳຄັນທີ່ສຸດ”. ໃນແຈ້ງການວັນທີ 15 ມິຖຸນາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ທ່ານໄດ້ເອົາເບີໂທລະສັບສ່ວນຕົວຂອງທ່ານໃຫ້ການນຳ Kim Jong-un ໂທຫາໂດຍກົງ ແລະ ທ່ານຄາດວ່າ ໃນວັນທີ 17 ມິຖຸນາ ຈະໂອ້ລົມຜ່ານທາງໂທລະສັບກັບການນຳ Kim Jong-un.

        ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ບໍ່ເຜີຍຊື່ຂອງທຳນຽບປະທານາທິບໍດີ ສ.ເກົາຫຼີ ຖືວ່າ: ການກະທຳດັ່ງກ່າວແມ່ນ “ສັນຍາລັກໃຫ້ແກ່ຄວາມກ້າວໜ້າໃນການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ, ໃນຂະນະທີ່ 2 ຝ່າຍອາດຈະປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງ ບໍ່ວ່າໃນເວລາໃດ”. ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, ບັນດາການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ Donald Trump  ແລະ ການນຳ Kim Jong-un ຖ້າຫາກດຳເນີນໄປ ຕົ້ນຕໍແມ່ນຈະກ່ຽວຂ້ອງເຖິງເລື່ອງຜັນຂະຫຍາຍຂໍ້ຕົກລົງທີ່ບັນລຸໄດ້ທີ່ການພົບປະສຸດຍອດເມື່ອວັນທີ 12 ມິຖຸນາ ຜ່ານມາຢູ່ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ