ສ.ເກົາຫຼີ, ອາເມລິກາ ຮ່ວມມືຢ່າງແໜ້ນແຟ້ນກ່ຽວກັບການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) - ວັນທີ 05 ພຶດສະພາ, ຜູ້ອຳນວຍການຫ້ອງການປ້ອງກັນຄວາມສະຫງົບແຫ່ງຊາດສັງກັດທຳນຽບປະທານາທິບໍດີ ສ.ເກົາຫຼີ ທ່ານ Chung Eui-yong ໃຫ້ຮູ້ວ່າ:

ບັນດາການນຳ ສ.ເກົາຫຼີ ແລະ ອາເມລິກາ ຈະມີບັນດາການປຶກສາຫາລືໂດຍປິດລັບໃນຂອບເຂດບັນດາກອງປະຊຸມເຈລະຈາ 2 ຝ່າຍໃນໄລຍະຈະມາເຖິງ ເພື່ອຮັບປະກັນໃຫ້ການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ດຳເນີນຢ່າງສຳເລັດຜົນ. ທ່ານ Chung ຍົກອອກຄຳເຫັນດັ່ງກ່າວ ໃນຂະນະທີ່ໄປຮອດສະໜາມບິນສາກົນ Incheon, ທາງທິດຕາເວັນຕົກ ເຊີອູນ, ພາຍຫລັງການຢ້ຽມຢາມ ອາເມລິກາ ເພື່ອພົບປະກັບຄູ່ຕຳແໜ່ງປະເທດເຈົ້າພາບ ທ່ານ John Bolton.

        ກ່ອນໜ້ານັ້ນໃນວັນດຽວກັນ, ທຳນຽບຂາວປະກາດວ່າ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ຈະພົບປະກັນຢູ່ນະຄອນຫລວງ ວໍຊິງຕັນ ໃນວັນທີ 22 ພຶດສະພາ ຈະມາເຖິງ, ກ່ອນທີ່ດຳເນີນການພົບປະສຸດຍອດລະຫວ່າງທ່ານ Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un.

ຕອບກັບ

ຂ່າວ/ບົດ​ອື່ນ