ສື່ເອເລັກໂຕນິກກ່ຽວກັບການທ່ອງທ່ຽວ ຍ້ອງຍໍ ຂົວ ໂຮນ ໃນເມືອງ ຟູກວັກ

(VOVWORLD) - ໃນຂ່າວພາກຄ່ຳທີ່ອອກອາກາດວັນທີ 29 ທັນວາ 2023 ຊ່ອງໂທລະພາບ Cheddar News ຂອງ ອາເມລິກາ ໄດ້ສະຫງວນເວລາ 1 ນາທີເພື່ອແນະນຳຂົວແຫ່ງໃໝ່ຢູ່ ຫວຽດນາມ...
ສື່ເອເລັກໂຕນິກກ່ຽວກັບການທ່ອງທ່ຽວ ຍ້ອງຍໍ ຂົວ ໂຮນ ໃນເມືອງ ຟູກວັກ - ảnh 1(ພາບປະກອບຈາກ toquoc.vn)

ສຳນັກຂ່າວສານ CNN, ຊ່ອງໂທລະພາບ Cheddar News ຂອງ ອາເມລິກາ ພ້ອມກັບບັນດາສື່ເອເລັກໂຕນິກກ່ຽວກັບການທ່ອງທ່ຽວ, ຄື: Travel+Leisure, Travel Weekly, Travel Daily News… ມີບັນດາບົດຂຽນກ່ຽວກັບ ຂົວ ໂຮນ ຢູ່ນະຄອນ ຝູກວັກ, ແຂວງ ກຽນຢາງ.

        ໃນຂ່າວພາກຄ່ຳທີ່ອອກອາກາດວັນທີ 29 ທັນວາ 2023 ຊ່ອງໂທລະພາບ Cheddar News ຂອງ ອາເມລິກາ ໄດ້ສະຫງວນເວລາ 1 ນາທີເພື່ອແນະນຳຂົວແຫ່ງໃໝ່ຢູ່ ຫວຽດນາມ. ຊ່ອງໂທລະພາບ Cheddar News ໄດ້ເອີ້ນຂົວ ໂຮນ ແມ່ນ “ສະຖານທີ່ທີ່ດີເພື່ອມາຖ່າຍຮູບ”. ບັນນາທິການຂອງຊ່ອງໂທລະພາບນີ້ໄດ້ສະແດງຄວາມປະທັບໃຈຕໍ່ຫົວຄິດປະດິດສ້າງ, ຈຸດທີ່ເປັນເອກະລັກສະເພາະຂອງຂົວແຫ່ງນີ້ ແລະ ຫວັງຢາກຈະມາແຫ່ງນີ້ເພື່ອຖ່າຍຮູບ, ຊົມຕາເວັນຕົກດິນ.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 26 ທັນວາ, ໂທລະພາບ CNN ໄດ້ມີບົດຂຽນກ່ຽວກັບ ຂົວໂຮນ (Kiss Bridge) ຢູ່ຝູກວັກ, ດ້ວຍຫົວຂໍ້ “ຂົວແຫ່ງໃໝ່ຢູ່ ຫວຽດນາມ ເພື່ອມອບການຈູບໃຫ້ກັນ”. ຕາມນັ້ນແລ້ວ, ຂົວ ໂຮນ ແມ່ນສະຖານທີ່ check in ໃໝ່ຢູ່ ຫວຽດນາມ, ບ່ອນທີ່ບັນດາຄູ່ບ່າວສາວແບ່ງປັນຈຸດເວລາທີ່ໂລແມນຕິກພາຍໃຕ້ຍາມສາຍັນ.

        ສ່ວນບັນດາສື່ເອເລັກໂຕນິກກ່ຽວກັບການທ່ອງທ່ຽວ ຄື: Travel+Leisure, Travel Weekly, Travel Daily News… ກໍ່ມີບົດຂຽນຍ້ອງຍໍຂົວແຫ່ງໃໝ່ຢູ່ ຝູກວັກ.

ຕອບກັບ

ຂ່າວ/ບົດ​ອື່ນ