ຫນັງສືພິມ ອັກຊັງຕີນ ຍ້ອງຍໍຜົນງານແຫ່ງການພັດທະນາກະສິກຳຂອງຫວຽດນາມ

ຫນັງສືພິມ ອັກຊັງຕີນ ຍ້ອງຍໍຜົນງານແຫ່ງການພັດທະນາກະສິກຳຂອງຫວຽດນາມ - ảnh 1

(vovworld)-  ​ວັນ​ທີ 28/11, ຫນັງ​ສື​ພິມ Clarin ຂອງ​ອັກ​ຊັງ​ຕີນ ໄດ້​ລົງ​ພິ​ມ​ບົດ​ຂຽນ ​ທີ່​ມີ​ຫົວ​ຂໍ້​ວ່າ “ກະ​ສິ​ກຳ​ຫວຽດ​ນາມ ພັດ​ທະ​ນາ”, ໂດຍ​ຍ້ອງ​ຍໍບັນ​ດາ​ຜົນ​ງານ ກໍ​ຄື​ບັນ​ດາ​ແງ່​ຫວັງ​ແຫ່ງການ​ພັດ​ທະ​ນາ​ຂອງ ກະ​ສິ​ກຳ ຫວຽດ​ນາມ ໃນ​ອະ​ນາ​ຄົດ. ບົດ​ຂຽນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດ​ນາມ ຈະ​ແມ່ນ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍກວ່າ​ໝູ່​ຈາກ ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ໃນ​ຈຳ​ນວນ 12 ປະ​ເທດ​ສະ​ມາ​ຊິກ ແລະ ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ ຂະ​ແຫນງ​ກະ​ສິ​ກຳ​ນີ້​ຈະ​ບັນ​ລຸ​ການ​ເຕີບ​ໂຕ 11%, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 28%. ຫນັງ​ສື​ພິມ​ດັ່ງ​ກ່າວ ກໍ​ຄາ​ດ​ຄະ​ເນ​ວ່າ ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ TPP ຫວຽດ​ນາມ ບໍ່​ພຽງ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຫລຸດ​ຜ່ອນ ແລະ ຍົກ​ເວັ້ນ​ພາ​ສີ​ສົ່ງ​ອອກ​ເຂົ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ດຶງ​ດູດ​ກາ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ພິ​ເສດ​ແມ່ນ​ມາ​ຈາກ​ຈີນ ເຂົ້າ​ບັນ​ດາ​ຂົງ​ເຂດ​ຄື: ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ອຸ​ປະ​ກອນ​ກິ​ລາ.

 


ຂ່າວ/ບົດ​ອື່ນ