ຫວຽດນາມ - Slovenia: ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ໜູນຊ່ວຍການຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຫວຽດນາມ - Slovenia: ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ໜູນຊ່ວຍການຮັບມືກັບໂລກລະບາດໂຄວິດ-19 - ảnh 1(ພິທີຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີປະເທດ Slovenia)

ໃນລະຫວ່າງວັນທີ 31 ສິງຫາ ແລະ 01 ກັນຍາ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ Slovenia ຫງວຽນຈູງກຽນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີປະເທດ Slovenia Borut Pahor. ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕ່ຳ Igor Zorcic ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາສູງ Slovenia Bojan Kekec. ທ່ານເອກອັກຄະລັດຖະທູດໄດ້ສົ່ງຈົດໝາຍຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ທີ່ຝາກໃຫ້ທ່ານປະທານສະພາຕຳ ແລະ ສະພາສູງ Slovenia ກ່ຽວກັບສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ສະເໜີໃຫ້ Slovenia ຈົ່ງໜູນຊ່ວຍໃນວິວັດການຮັບມືກັບໂລກລະບາດ. ຫວຽດນາມ ກໍ່ປາດຖະໜາວ່າ ສະພາແຫ່ງຊາດ Slovenia ສະໜັບສະໜູນ ແລະ ໃຫ້ສັດຕະຍາບັນສັນຍາກ່ຽວກັບອະລັກຂາການລົງທຶນຫວຽດນາມ - ອີຢູ (EVIPA), ສ້າງກອບນິຕິກຳກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍໃຫ້ສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ