ຫວຽດ​ນາມ ກູ​ບາ ຮ່ວມ​ມື, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Orlando Nicolás Hernández Guillén ມາເຂົ້າຢ້ຽມຂ່ຳນັບ.

ຫວຽດ​ນາມ ກູ​ບາ ຮ່ວມ​ມື, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ ຫວຽດນາມ ຖືການພົວພັນມິດຕະພາບທີ່ສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈກັບ ກູບາ ເປັນສຳຄັນທີ່ສຸດ. ພິເສດແມ່ນໃນໄລຍະຫວ່າງມໍ່ໆມານີ້, ກະຊວງ, ຂະແໜງການສອງປະເທດ ໄດ້ມານະພະຍາຍາມແກ້ໄຂບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ແລະ ປັບປຸງ, ພັດທະນາການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢ້ັງ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén  ຈົ່ງສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ ຫວຽດນາມ ແລະ ກູບາ ຜັນຂະຫຍາຍບາງທິດທາງ, ມາດຕະການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ ສຳເລັດ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງ ເລື່ອງສອງປະເທດຮ່ວມມື ແລະ ແບ່ງປັນການທົດລອງສັກວັກຊິນຕໍ່ຄົນ, ອອກໃບອະນຸຍາດ ແລະ ສະໜອງໂດຍໄວ, ຖ່າຍທອດເຕັກນິກການຜະລິດວັກຊິນກັນໂຄວິດ - 19 ຂອງ ກູບາ ຢູ່ ຫວຽດນາມ ຕາມຂໍ້ຕົກລົງລະຫວ່າງ ສອງປະເທດ.

ສ່ວນທ່ານ Orlando Nicolás Hernández Guillén ໄດ້ຢັ້ງຢືນວ່າຈະມານະພະຍາຍາມປະກອບສ່ວນເຂົ້າໃນການສືບຕໍ່ປັບປຸງ ແລະ ຮັດແໜ້ນກ່ວາອີກ ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ, ຄວາມສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ລັດ , ລັດຖະບານ ແລະ ປະຊາຊົນສອງປະເທດ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຈະສົມທົບກັບບັນດາອົງການຂອງສອງປະເທດ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືຜະລິດວັກຊິນຢູ່ ຫວຽດນາມ.

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີມອບເຂົ້າສານ 10.000 ໂຕນໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ