ຫວຽດ​ນາມ ກະ​ກ​ຽມ​ແກ່​ການ​ຫັນເປັນ​ດີ​ຈີ​ຕອນ​ໃນຂະ​ແໜງ​ການ​ສຶກ​ສາ​

(VOVWORLD) - ຕອນເຊົ້າວັນທີ 11 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສືບຕໍ່ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ. 

ເປີດສາກການຊັກຖາມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ແບ່ງປັນວ່າ: ເກືອບ 2 ປີຜ່ານມາ, ໂລກລະບາດໂຄວິດ - 19 ກໍ່ຄວາມປັ່ນປ່ວນ ແລະ ສົ່ງຜົນກະທົບເຖິງຫຼາຍຂົງເຂດ, ໃນນັ້ນ ມີຂົງເຂດການສຶກສາ.  ນັກຮຽນ, ນັກສຶກສາເກືອບ 2 ລ້ານຄົນບໍ່ໄດ້ໄປໂຮງຮຽນໃນໄລຍະຍາວ ແລະ ມີນັກສຶກສາກວ່າ 7.000 ຄົນ ບໍ່ຮຽນຈົບຖືກຕາມແຜນການທີ່ໄດ້ວາງອອກ. ການຈັດຕັ້ງການຮຽນ - ການສອນທາງອອນລາຍ ຫຼື ໂທລະພາບ ຖືກດຳເນີນໃນເງື່ອນໄຂວັດຖຸອຸປະກອນຍັງບໍ່ຄົບ ແລະ ປະສົບກັບສິ່ງທ້າທາຍຫຼາຍຢ່າງ. ຕາມທ່ານລັດຖະມົນຕີແລ້ວ, ການຮຽນການສອນອອນລາຍຄືໃນປັດຈຸບັນແມ່ນມີລັກສະນະຮັບມືກັບໂລກລະບາດໂຄວິດ - 19 ແຕ່ໃນໄລຍະຍາວນານ, ຮູບພາບການບຳລຸງສ້າງຈາກທາງໄກ ແລະ ອອນລາຍ ແມ່ນວຽກງານທີ່ຈຳເປັນ ເຊິ່ງຂະບວນການຫັນເປັນດີຈີຕອນ ແລະ ເຕັກໂນໂລຢີໃນການສຶກສາບຳລຸງສ້າງຂອງໂລກພວມມຸ່ງໄປເຖິງ.

ຫວຽດ​ນາມ ກະ​ກ​ຽມ​ແກ່​ການ​ຫັນເປັນ​ດີ​ຈີ​ຕອນ​ໃນຂະ​ແໜງ​ການ​ສຶກ​ສາ​           - ảnh 1ທ່ານລັດຖະມົນຕີ ຫງວຽນກິມເຊີນ 

 

 

ຂອບຂະໜາດການຮຽນ - ການສອນ ອອນລາຍ ໃນປີ 2021  ແມ່ນບໍ່ເຄີຍມີມາກ່ອນ. ຢູ່ ຫວຽດນາມ, ຂະແໜງການສຶກສາໄດ້ຮັບມືກັບໂລກລະບາດໃນເງື່ອນໄຂທົ່ວປະເທດຍັງມີຄວາມຫຍຸ້ງຍາກທີ່ສຸດ. ພັກ, ລັດ ໄດ້ເອົາໃຈໃສ່ເຖິງການຫັນເປັນດີຈີຕອນແຫ່ງຊາດ ແຕ່ລະດັບການຜັນຂະຫຍາຍແມ່ນຍັງບໍ່ທັນສະໝ່ຳສະເໝີ. ໃນໄລຍະຍາວ, ສິ່ງສຳຄັນທີ່ສຸດແມ່ນຄວນລົງທຶນເພື່ອກໍ່ສ້າງພື້ນຖານໃຫ້ຄົບຊຸດ, ມີຂອບຂະໜາດຢ່າງພຽງພໍ ແລະ ຍືນຍົງລະດັບຊາດ. ຕາມນັ້ນແລ້ວ, ຕ້ອງເພີ່ມທະວີການລົງທຶນເຂົ້າໃນພື້ນຖານໂຄງລ່າງ. ທີສອງແມ່ນ ສ້າງໂປຼແກຼມການຮຽນ-ການສອນທາງອອນລາຍ ລະດັບຊາດ, ເພື່ອເຮັດໄດ້ສິ່ງດັ່ງກ່າວຕ້ອງມີການເຂົ້າຮ່ວມຂອງກຸ່ມບໍລິສັດໂທລະຄົມມະນາຄົມຂະໜາດໃຫຍ່. ຖັດຈາກນັ້ນແມ່ນຫັນເອກະສານຈຳນວນໜຶ່ງໃຫ້ເປັນລະບຽບກົດໝາຍ, ສ້າງຖານຂໍ້ມູນຂ່າວສານທີ່ມີຂອບຂະໜາດຢ່າງພຽງພໍ ເພື່ອຮັບປະກັນແກ່ການຮຽນອອນລາຍ. ດັ່ງນັ້ນ, ຂະແໜງການສຶກສາພວມກະກຽມກ່ຽວກັບພື້ນຖານນິຕິກຳ, ພື້ນຖານ, ຊັບພະຍາກອນມະນຸດ ແລະ ຮູບແບບທົດລອງ.”

 

 

ກໍໃນວາລະຊັກຖາມຕອນເຊົ້າວັນທີ 11 ພະຈິກ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ເຮັດແຈ້ງຕື່ມອີກກ່ຽວກັບການຮັດແຄບຊ່ອງວ່າງຂອງການສຶກສາລະຫວ່າງຕົວເມືອງກັບຊົນນະບົດ, ພິເສດແມ່ນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ; ບັນຫາຄຸນນະພາບປຶ້ມຕຳລາຮຽນ, ຖັນແຖວຄູອາຈານ…

ຫວຽດ​ນາມ ກະ​ກ​ຽມ​ແກ່​ການ​ຫັນເປັນ​ດີ​ຈີ​ຕອນ​ໃນຂະ​ແໜງ​ການ​ສຶກ​ສາ​           - ảnh 2ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ (ພາບ: TTXVN)

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ກ່ຽວກັບມາດຕະການແກ້ໄຂການຟື້ນຟູ ແລະ ພັດທະນາເສດຖະກິດໃນສະພາບການໃໝ່; ການຈັດແບ່ງ, ມອບແຜນແຫຼ່ງເງິນລົງທຶນພາກລັດ.

ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ທາງກະຊວງກຳລັງສ້າງ, ຍື່ນສະເໜີຕໍ່ລັດຖະບານ ພິຈາລະນາ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດເພື່ອຍື່ນຕໍ່ສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມຄັ້ງຈະມາເຖິງ. ນີ້ແມ່ນບັນຫາສັບສົນ, ມີຫຼາຍເນື້ອໃນສຳຄັນ. ກ່ຽວກັບບ້ວງເງິນໜູນຊ່ວຍຂອງ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ:

“ເມື່ອຄົ້ນຄວ້າກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດແລ້ວ, ທາງກະຊວງໄດ້ໃຫ້ຂໍ້ສັງເກດວ່າ ຄວນມີບ້ວງເງິນໜູນຊ່ວຍກ້ອນໃຫຍ່, ໃນເວລາເໝາະສົມ, ຮັບປະກັນຄວາມດຸ່ນດ່ຽງມະຫາພາກ, ມີການໜູນຊ່ວຍທັງຝ່າຍສະໜອງ ແລະ ຝ່າຍຕ້ອງການ, ຕິດພັນກັບນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາ, ສອດຄ່ອງກັບແຜນການການເງິນພາກລັດ, ສ້າງໂຄງປະກອບເສດຖະກິດຄືນໃໝ່, ນະໂຍບາຍໜູນຊ່ວຍ ຈະສຸມໃສ່ບັນດາເປົ້າໝາຍທີ່ເປັນປະຊາຊົນ, ວິສາຫະກິດ, ສະຫະກອນ, ຂະແໜງການ, ຂົງເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ, ຂະແໜງການທີ່ມີຄວາມບົ່ມຊ້ອນຟື້ນຟູໄດ້ໄວ ແລະ ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພື້ນຖານເສດຖະກິດ". /.

ຕອບກັບ

ຂ່າວ/ບົດ​ອື່ນ