ຫວຽດ​ນາມ ກ່າວ​ປະ​ນາມຢ່າງ​ແຮງການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ

(VOVWORLD) - ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳໃຊ້ຄວາມຮຸນແຮງບຸກໂຈມຕີສາມັກຊົນ, ພະນັກງານມະນຸດສະທຳ, ນັກຂ່າວ, ບັນດາພື້ນຖານໂຄງລ່າງທີ່ຈຳເປັນຢ່າງແຮງ
ຫວຽດ​ນາມ ກ່າວ​ປະ​ນາມຢ່າງ​ແຮງການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ  (ພາບ:TTXVN) 

ໃນການຖະແຫຼງຂ່າວນັດສາມັນ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ເມື່ອເຕື້ອງເຖິງສະພາບການໃນປັດຈຸບັນຢູ່ ຕາເວັນອອກກາງ.ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນ ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳໃຊ້ຄວາມຮຸນແຮງບຸກໂຈມຕີສາມັກຊົນ, ພະນັກງານມະນຸດສະທຳ, ນັກຂ່າວ, ບັນດາພື້ນຖານໂຄງລ່າງທີ່ຈຳເປັນຢ່າງແຮງ ແລະ ປາດຖະໜາວ່າ ຢາກບັນດາຝ່າຍຕ້ອງຢຸດຍິງ, ສ້າງເງື່ອນໄຂໃຫ້ແກ່ການເຈລະຈາສັນຕິພາບ ແລະ ບັນດາການເຄື່ອນໄຫວດ້ານມະນຸດສະທຳ. ທ່ານນາງໃຫ້ຮູ້ວ່າ:

ບົນເນື້ອໃນຈິດໃຈມະຕິທີ່ໂດຍ ສະມັດຊາໃຫຍ່ ສປຊ ຮັບຮອງເອົາ ໃນກອງປະຊຸມດ່ວນ ທີ່ໄດ້ຈັດຂຶ້ນໃນວັນທີ 27 ຕຸລາ ຜ່ານມາ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຝ່າຍຕ້ອງຢຸດຍິງຢ່າງທັນທີ, ປະຕິບັດຕາມກົດໝາຍສາກົນ, ກົດໝາຍວ່າດ້ວຍການມະນຸດສະທຳສາກົນ ແລະ ປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງພົນລະເຮືອນ, ສ້າງແລວມະນຸດສະທຳ ແລະ ປ່ອຍຕົວປະກັນທີ່ພວມຖືກກັກຕົວຢ່າງທັນທີ.

ເມື່ອຕອບຄຳຖາມກ່ຽວກັບຂໍ້ມູນວ່າ ຫວ່າງແລ້ວນີ້ ກະຊວງການເງິນ ອາເມລິກາ ສືບຕໍ່ນຳຫວຽດນາມ ເຂົ້າບັນຊີລາຍຊື່ປະເທດ ຄອບງຳເງິນຕາ, ທ່ານນາງ ຟ້າມທູຮັ່ງ ຊີ້ແຈ້ງວ່າ ບົດລາຍງານຂອງ ອາເມລິກາ ໄດ້ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບໝາກຜົນຂອງການບໍລິຫານນະໂຍບາຍ ເງິນຕາ, ການແລກປ່ຽນເງິນຕາຂອງ ຫວຽດນາມ ແລະ ຢັ້ງຢືນວ່າ ຫວຽດນາມ ບໍ່ຄອບງຳເງິນຕາ.

ຕອບກັບ

ຂ່າວ/ບົດ​ອື່ນ