ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັ​ບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ຄັ້ງ​ທີ 11

(VOVWORLD) - ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11  ຈະຮັບຮອງເອົາ “ຖະແຫຼງການ ຮະລອງ ກ່ຽວກັບການເຄື່ອນໄຫວໄວໃນການຄຸ້ມຄອງໄພທຳມະຊາດ ອາຊຽນ”
ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ ກ່ຽວ​ກັ​ບ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ​ຄັ້ງ​ທີ 11 - ảnh 1

ການຖະແຫຼງຂ່າວກ່ຽວກັບກອງປະຊຸມ (ພາບ: PV/Vietnam+)

      ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11 (AMMDM) ແລະ ບັນດາການເຄື່ອນໄຫວໃນປີປະທານ 2023 ຂອງ ຫວຽດນາມ ໄດ້ຈັດຂຶ້ນແຕ່ວັນທີ 8-13 ຕຸລາ ຢູ່ນະຄອນ ຮະລອງ ແຂວງ ກວາງນິງ. ດ້ວຍຫົວເລື່ອງ “ຈາກການຮັບມືເຖິງການເຄື່ອນໄຫວໂວ ແລະ ເພີ່ມທະວີການຕ້ານທານ-ອາຊຽນ ມຸ່ງໄປເຖິງເປົ້າໝາຍນຳພາໂລກ ໃນການຄຸ້ມຄອງໄພທຳມະຊາດ” ນັ້ນ, ກອງປະຊຸມຈະມີການເຂົ້າຮ່ວມຂອງລັດຖະມົນຕີ 8 ທ່ານ, ຮອງລັດຖະມົນຕີ 4 ທ່ານ ແລະ ຜູ້ແທນສາກົນກ່ວາ 140 ທ່ານແມ່ນການນຳບັນດາອົງການປ້ອງກັນ, ຕ້ານໄພທຳມະຊາດຂອງ 10 ປະເທດສະມາຊິກ ອາຊຽນ, ຄະນະເລຂາ ອາຊຽນ, ສູນປະສານງານພາກພື້ນ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ໄພທຳມະຊາດ (ສູນ AHA), ບັນດາຄູ່ຮ່ວມມືພັດທະນາຂອງ ອາຊຽນ (ລວມມີ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ) ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງໃນພາກພື້ນ.

  ຄາດວ່າ, ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການຄຸ້ມຄອງໄພທຳມະຊາດຄັ້ງທີ 11  ຈະຮັບຮອງເອົາ “ຖະແຫຼງການ ຮະລອງ ກ່ຽວກັບການເຄື່ອນໄຫວໄວໃນການຄຸ້ມຄອງໄພທຳມະຊາດ ອາຊຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ