ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມໂຄງການດຳເນີນງານຂອງ G20

(VOVWORLD) - ວັນທີ 28 – 29 ມິຖຸນາ ຈະມາເຖິງ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ Osaka, ຍີ່ປຸ່ນ ດ້ວຍຖານະບົດບາດເປັນແຂກຖືກເຊີນພິເສດ. 

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບເຫດການດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫວູຮົ່ງນາມ ຖືວ່າ: ເລື່ອງ ຍີ່ປຸ່ນ ເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນຂອບຂະໜາດໃຫຍ່ ໄດ້ສະແດງໃຫ້ເຫັນວ່າ ຍີ່ປຸ່ນ ຖືເປັນສຳຄັນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງກັບ ຫວຽດນາມ ແລະ ມີຄວາມເຊື່ອໝັ້ນຕໍ່ການປະກອບສ່ວນຂອງ ຫວຽດນາມ ຕໍ່ບັນດາບັນຫາຂອງໂລກ ຈະໄດ້ປຶກສາຫາລືທີ່ກອງປະຊຸມ G20 ຄັ້ງນີ້. ນີ້ເປັນຄັ້ງທີ 4 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20. ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ກ່າວວ່າ:

        “ກ່ອນອື່ນໝົດ, ສຳລັບບັນຫາຫັນການຄ້າເປັນເສລີ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມ WTO ຢ່າງຕັ້ງໜ້າ. ທີສອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນຜູ້ລິເລີ່ມເລື່ອງ ຫວຽດນາມ ຫັນປ່ຽນໄປສູ່ພື້ນຖານເສດຖະກິດ 4.0. ດ້ວຍຖານະເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງນີ້, ແນ່ນອນວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນບັນຫາເສດຖະກິດດີຈີຕອນ. ທີສາມ, ຫວຽດນາມ ແມ່ນປະເທດມີທະເລ, ດັ່ງນັ້ນ ບັນຫາຂີ້ເຫຍື້ອພລາດສະຕິກລອຍລ່ອງຢູ່ໜ້ານ້ຳທະເລ ຈະມີຄວາມສ່ຽງນາບຂູ່ພື້ນຖານເສດຖະກິດທະເລຂອງ ຫວຽດນາມ. ສະນັ້ນ, ນີ້ແມ່ນບັນຫາຂ້າງຄຽງຂອງ ຫວຽດນາມ ແລະ ຂ້າພະເຈົ້າຖືວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນຫົວເລື່ອງນີ້.”

        ເມື່ອເຕື້ອງເຖິງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ທ່ານ ຫວູຮົ່ງນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນ 2 ປະເທດຈະພັດທະນາໄວທີ່ສຸດ, ແຮງທີ່ສຸດໃນ 3 ຂົງເຂດຄື ການເມືອງ, ເສດຖະກິດ ແລະ ພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ