ຫວຽດນາມ ຈະປະກາດບັນຊີລາຍຊື່ລາຍການສີຂຽວ, ສຸມໃສ່ບ້ວງສິນເຊື່ອສີຂຽວ

(VOVWORLD) -ຫວຽດນາມ ມີ 40 ອົງການສິນເຊື່ອ, ທະນາຄານສະໜອງສິນເຊື່ອສີຂຽວ.

        ໃນຂອບເຂດເວທີປາໄສເສດຖະກິດສີຂຽວ (GEFE) 2022 ໂດຍສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham Vietnam) ຈັດຂຶ້ນແຕ່ວັນທີ 28-30 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ຕອນບ່າຍວັນທີ 28 ພະຈິກ, ໄດ້ຈັດກອງປະຊຸມສຳມະນາການເງິນສີຂຽວ.

        ຢູ່ທີ່ນີ້, ທ່ານນາງ ຟ້າມທິແທັງຕຸງ, ຮອງຫົວໜ້າກົມສິນເຊື່ອ, ທະນາຄານແຫ່ງລັດ ຫວຽດນາມ, ໃຫ້ຮູ້ວ່າ: ຫວຽດນາມ ມີ 40 ອົງການສິນເຊື່ອ, ທະນາຄານສະໜອງສິນເຊື່ອສີຂຽວ. ຮອດເດືອນ ຕຸລາ 2022, ບ້ວງສິນເຊື່ອຂຽວກວມເອົາ 4,4% ໃນຈຳນວນແຫຼ່ງທຶນໃຫ້ກູ້ຢືມທັງໝົດຂອງບັນດາອົງການຈັດຕັ້ງສິນເຊື່ອນີ້. ລັດຖະບານ ຈະຊີ້ນຳໃຫ້ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ປະກາດໃຊ້ບັນຊີລາຍຊື່ລາຍການສີຂຽວຂອງ ຫວຽດນາມ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາອົງການຈັດຕັ້ງສິນເຊື່ອສຸມແຫຼ່ງທຶນບ້ວງສິນເຊື່ອໃຫ້ແກ່ບັນດາຂົງເຂດນີ້.

        ສິນເຊື່ອສີຂຽວ ໝາຍຄວາມວ່າແມ່ນບັນດາບ້ວງເງິນສິນເຊື່ອໂດຍຂະແໜງທະນາຄານໜູນຊ່ວຍໃຫ້ບັນດາໂຄງການຜະລິດ - ດຳເນີນທຸລະກິດທີ່ບໍ່ກໍ່ໃຫ້ເກີດຄວາມສ່ຽງ, ຫຼື ແນໃສ່ຈຸດປະສົງປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນປົກປັກຮັກສາລະບົບຊີວະພາບລວມ.

ຕອບກັບ

ຂ່າວ/ບົດ​ອື່ນ