ຫວຽດນາມ ຈະເປັນປະທານຈັດຕັ້ງຮອບຄັດເລືອກ U19 ແລະ U16 ອາຊີ ພາກພື້ນອາຊີຕາເວັນອອກ

(VOVWORLD) -  ສະຫະພັນບານເຕະ ອາຊີ (AFC) ຫາກໍ່ປະກາດຂໍ້ມູນຂ່າວສານທາງການກ່ຽວກັບສະຖານທີ່ດຳເນີນບັນດານັດແຂ່ງຂັນຮອບຄັດເລືອກທີ 2 ຂອງ U19 ແລະ U16 ອາຊີ 2020.

ຕາມນັ້ນແລ້ວ, ຮອບຄັດເລືອກ U19 ອາຊີ, ປະເທດ ບາເຣນ, ອີຣັກ, ອີຣານ, ອາຣັບບິ ສະອຸດິ ແລະ ຕັດກີກິດສະຖານ ຈະເປັນເຈົ້າການຈັດຕັ້ງບັນດານັດແຂ່ງຂັນຂຶ້ນກັບພາກພື້ນ ອາຊີຕາເວັນຕົກ. ສ່ວນ ຫວຽດນາມ, ກຳປູເຈຍ, ໄທເປ (ຈີນ) ແລະ ມຽນມາ ຈະຈັດຕັ້ງບັນດາການແຂ່ງຂັນຢູ່ພາກພື້ນ ອາຊີຕາເວັນອອກ.

        ສຳລັບຮອບຄັດເລືອກ U16, ປະເທດ ອີຣານ, ຈໍແດນ, ກຽກກີກິດສະຖານ, ກາຕາ, ອາຣັບບິ ສະອຸດິ ແລະ ອຸດເບກິດສະຖານ ຈະຈັດຕັ້ງບັນດານັດແຂ່ງຂັນຢູ່ພາກພື້ນ ອາຊີຕາເວັນຕົກ. ສຳລັບພາກພື້ນ ອາຊີຕາເວັນອອກ, ບັນດາປະເທດ ຫວຽດນາມ, ອິນໂດເນເຊຍ, ລາວ, ມຽນມາ ແລະ ສິງກະໂປ ຈະຈັດຕັ້ງບັນດານັດແຂ່ງຂັນຮອບຄັດເລືອກ U16.

        ຕາມແຜນການແລ້ວ, ຮອບຄັດເລືອກ U16 ອາຊີ ຈະດຳເນີນໃນເດືອນ ກັນຍາ 2019, ສ່ວນຮອບຄັດເລືອກ U19 ອາຊີ ຈະດຳເນີນໃນເດືອນ ພະຈິກ 2019. ຮອບຊິງຊະນະເລີດຂອງການແຂ່ງຂັນທັງ 2 ລຸ້ນຈະດຳເນີນຢູ່ ສິງກະໂປ ແລະ ຍີ່ປຸ່ນ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ