ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ກັບ​ບັນ​ດາ​ປະ​ເທດ​ໃນ​ຂອບ​ເຂດ ADMM, ADMM+

(VOVWORLD) - ທີ່ການພົບປະສອງຝ່າຍກັບທ່ານ ພົນຕີ ສົມພອນ ມິດຕະພອນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກກຍູ້, ຜັນຂະຫຍາຍປະຕິບັດບັນດາເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົວພັນດ້ານປ້ອງກັນຊາດສອງຝ່າຍ.
ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ກັບ​ບັນ​ດາ​ປະ​ເທດ​ໃນ​ຂອບ​ເຂດ ADMM, ADMM+ - ảnh 1ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກັບທ່ານ ພົນຕີ ສົມພອນ ມິດຕະພອນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ(ພາບ:  VOV)

ຢູ່ນອກກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນປະເທດ ອາຊຽນ (ADSOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADSOM+) ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໃນວັນທີ 26 ກັນຍາ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍແບບທາງການກັບຫົວໜ້າຄະນະບັນດາປະເທດ ລາວ, ໄທ ແລະ ການພົບປະສອງຝ່າຍ, ໃນໂອກາດເຂົ້າຮ່ວມກອງປະຊຸມ ADSOM ກັບຫົວໜ້າຄະນະ ສິງກະໂປ, ຟີລິບປິນ, ອິນໂດເນເຊຍ, ຈີນ, ລັດເຊຍ, ອາເມລິກາ.

ທີ່ການພົບປະສອງຝ່າຍກັບທ່ານ ພົນຕີ ສົມພອນ ມິດຕະພອນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ, ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກກຍູ້, ຜັນຂະຫຍາຍປະຕິບັດບັນດາເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການພົວພັນດ້ານປ້ອງກັນຊາດສອງຝ່າຍ; ບັນດາເຫດການສຳຄັນທີ່ກ່ຽວຂ້ອງເຖິງ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຄືບັນດາເວທີປາໄສ, ກອງປະຊຸມຫຼາຍຝ່າຍ ແລະ ສອງຝ່າຍ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລາວຢ່າງສຸດຂີດໃນການປະຕິບັດສຳເລັດບົດບາດເປັນປະທານອາຊຽນ 2024.

ຢູ່ນອກກອງປະຊຸມ ADSOM, ADSOM+, ທ່ານພົນໂທ ຮ່ວາງຊວັນຈຽນ ມີການພົບປະສອງຝ່າຍກບຫົວໜ້າຄະນະບັນດາປະເທດ ໄປ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ, ຈີນ, ລັດເຊຍ, ອາເມລິກາເພື່ອ ແນໃສ່ຊຸກຍູ້, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສົມທົບກັນເພີ່ມທະວີຄວາມສະໜິດຕິດພັນ, ຄວາມສາມັກຄີ, ກການຮ່ວມມືໃນອາຊຽນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນໃນພາກພື້ນກໍ່ຄືທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ