ຫວຽດນາມ - ບັງກະລາເທດ ສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 2 ຕື້ USD ໂດຍໄວ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເນັ້ນໜັກວ່າ 2 ປະເທດຄວນມານະພະຍາຍາມບັນລຸວົງເງິນການຄ້າປະມານ 2 ຕື້ USD ໂດຍໄວ.
ຫວຽດນາມ - ບັງກະລາເທດ ສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 2 ຕື້ USD ໂດຍໄວ  - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)

     ໃນຂອບເຂດການຢ້ຽມຢາມ ບັງກະລາເທດ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ໄດ້ດຳເນີນເວທີປາໄສນະໂຍບາຍ, ກົດໝາຍວ່າດ້ວຍການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ບັງກະລາເທດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ, ຫວຽດນາມ ແລະ ບັງກະລາເທດ ຕ້ອງເພີ່ມທະວີການຮ່ວມມື, ສ້າງຄວາມສະດວກດ້ານການຄ້າໃຫ້ແກ່ກັນ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ວິສາຫະກິດຂອງ 2 ປະເທດເພື່ອຮັກສາລະບົບສະໜອງ; ພັດທະນາການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ... ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ເນັ້ນໜັກວ່າ 2 ປະເທດ ຄວນມານະພະຍາຍາມບັນລຸວົງເງິນການຄ້າປະມານ 2 ຕື້ USD ໂດຍໄວ. ກ່ຽວກັບສະພາບແວດລ້ອມ ແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ:

 “ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເພື່ອສ້າງສຳເລັດ ລະບອບລະບຽບການດ້ານເສດຖະກິດ, ລະບົບກົດໝາຍທີ່ມີຄວາມເປັນໄປໄດ້ ແລະ ຮ່ວມເດີນທາງພ້ອມກັບ ວິສາຫະກິດ, ຖືຜົນສຳເລັດຂອງປະຊາຄົມວິສາຫະກິດແມ່ນຜົນສຳເລັດຂອງຕົນ… ໃນຂົງເຂດການຄ້າ, ບັງກະລາເທດ ໄດ້ຮັບຖືວ່າແມ່ນປະຕູເພື່ອໃຫ້ບັນດາວິສາກິດຂອງ ຫວຽດນາມ ແຊກຊຶມ, ສຳຜັດ ແລະ ສືບຕໍ່ບືນຕົວອອກສູ່ບັນດາຕະຫຼາດ ອາຊີໃຕ້ ແລະ ຕາເວັນອອກກາງອື່ນໆ. ກົງກັນຂ້າມ, ບັນດາວິສາຫະກິດ ບັງກະລາເທດ ກໍ່ສາມາດເຫັນໄດ້ຄວາມສຳຄັນຂອງ ຫວຽດນາມ ເພື່ອເປີດກວ້າງການແຊກຊຶມເຂົ້າຕະຫຼາດ ອາຊຽນ.

ຫວຽດນາມ - ບັງກະລາເທດ ສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 2 ຕື້ USD ໂດຍໄວ  - ảnh 2(ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ບັງກະລາເທດ ມາຊອກຮູ້ກາລະໂອກາດຮ່ວມມືຢ່າງຍາວນານ)

          ແລະກໍ່ໃນຕອນບ່າຍວັນທີ 22 ກັນຍາ, ຢູ່ນະຄອນຫຼວງ Dhaka, ກ່າວຄຳເຫັນທີ່ການພົບປະກັບການນຳສະຫະພັນບັນດາຫ້ອງການການຄ້າ ແລະ ອຸດສາຫະກຳ ບັງກະລາເທດ; ຫ້ອງການການຄ້າ ບັງກະລາເທດ - ຫວຽດນາມ (BVCCI) ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ Dhaka (DCCI), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ສະຫະພັນການຄ້າ ແລະ ອຸດສາຫະກຳ ຈະເພີ່ມທະວີບົດບາດເຊື່ອມຕໍ່ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ຊອກຮູ້ ແລະ ລົງທຶນຢູ່ບັນດາເຂດອຸດສາຫະກຳ ບັງກະລາເທດ; ສະເໜີໃຫ້ ບັງກະລາເທດ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ ຫວຽດນາມ ໄປຊອກຮູ້ ແລະ ລົງທຶນຢ່າງຍາວນານ, ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດ ບັງກະລາເທດ ມາຢ້ຽມຢາມ ແລະ ຊອກຮູ້ກາລະໂອກາດຮ່ວມມືຢ່າງຍາວນານ.

          ຕອນຄ່ຳວັນດຽວກັນ, ຢູ່ນະຄອນຫຼວງ Dhaka, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສະຖານທູດ ແລະ ພົບປະໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ບັງກະລາເທດ.

ຕອບກັບ

ຂ່າວ/ບົດ​ອື່ນ