ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າ​ງ​ແທດ​ຈິງ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ທົ່ວ​ໂລ​ກ

(VOVWORLD) - ເລື່ອງ ຫວຽດນາມ ໄດ້ຮັບການເຊື້ອເຊີນ ເຂົ້າຮ່ວມ G20 4 ຄັ້ງ ພາຍໃນເວລາ 10 ປີ, ເຊິ່ງເປັນເວທີປາໄສຫຼາຍຝ່າຍສຳຄັນໃນການບໍລິຫານເສດຖະກິດທົ່ວໂລກ,ນັ້ນໄດ້ຢັ້ງຢືນເຖິງແນວທາງການຕ່າງປະເທດທີ່ຖືກຕ້ອງຂອງ ຫວຽດນາມ.
ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າ​ງ​ແທດ​ຈິງ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ທົ່ວ​ໂລ​ກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປະຊຸມຄັ້ງທີ 3 ກ່ຽວກັບການພັດທະນາແບບຍືນຍົງ(ພາບ: TTXVN) 

ຕອບສຳພາດກັບນັກຂ່າວເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ຢ້ຽມຢາມ ຍີ່ປຸ່ນໃນລະຫວ່າງວັນທີ 27 ມິຖຸນາ - 1 ກໍລະກົດ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຢີ່ປຸ່ນ Shinzo Abe,  ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ: ເລື່ອງ ຫວຽດນາມ ໄດ້ຮັບການເຊື້ອເຊີນ ເຂົ້າຮ່ວມ G20 4 ຄັ້ງ ພາຍໃນເວລາ 10 ປີ, ເຊິ່ງເປັນເວທີປາໄສຫຼາຍຝ່າຍສຳຄັນໃນການບໍລິຫານເສດຖະກິດທົ່ວໂລກ,ນັ້ນໄດ້ຢັ້ງຢືນເຖິງແນວທາງການຕ່າງປະເທດທີ່ຖືກຕ້ອງຂອງ ຫວຽດນາມ, ທີ່ຕັ້ງ ແລະ ກຳລັງແຮງ ພ້ອມກັບອິດທິພົນຊື່ສຽງຂອງ ຫວຽດນາມ ໃນໂລກນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ການເຕີບໃຫຍ່ ແລະ ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນບັນດາບັນຫາໃນພາກພື້ນ ແລະ ສາກົນ ກໍ່ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ທີ່ກອງປະຊຸມ G20, ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຕົນເຂົ້າການເພີ່ມທະວີການຮ່ວມມືໃນທົ່ວໂລກເພື່ອແກ້ໄຂບັນດາບັນຫາຮີບດ່ວນທີ່ພວມພົ້ນເດັ່ນຂຶ້ນ. ທີ່ບັນດາການພົບປະສອງຝ່າຍ ກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ບັນດາການນຳຂັ້ນສູງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນລ້ວນແຕ່ຢັ້ງຢືນຈະສະໜັບສະໜູນ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນບົດບາດເປັນປະທານ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 -2021.

ກ່ຽວກັບໝາກຜົນຂອງບັນດາການເຄື່ອນໄຫວສອງຝ່າຍ ກັບຍີ່ປຸ່ນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ເນັ້ນໜັກວ່າ: ສອງຝ່າຍໄດ້ຢັ້ງຢືນຄືນເຖິງການຖືກັນເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍພາກພື້ນ, ເຫັນດີເປັນເອກະພາບຈະສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ. ນາຍົກລັດຖະມົນຕີ ສອງທ່ານເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ພະລັງງານ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ສົບທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ປະຕິບັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP)ໃຫ້ສຳເລັດໂດຍໄວ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໂລກ, ພ້ອມທັງເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ການບິນ, ແກ້ໄຂການຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ເຄົາລົບບັນດາວິວັດການການຕ່າງປະເທດ ແລະ ກົດໝາຍ ຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ຂໍ້ຝູກມັດດ້ານກົດໝາຍໃຫ້ສົມບູນແບບໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ