ຫວຽດນາມ ປະກອບສ່ວນສ້າງສາປະເທດ ກຳປູເຈຍ ໃຫ້ນັບມື້ນັບວັດທະນາຖາວອນ, ຮັ່ງມີ,ສວຍງາມ

(VOVWORLD) - ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ການເຄື່ອນໄຫວຂອງແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ, ລັດຖະບານ ຫວຽດນາມ ໄດ້ຕົກລົງມອບໃຫ້ຝ່າຍ ກຳປູເຈຍ ລົດໂອໂຕ 3 ຄັນ...
ຫວຽດນາມ ປະກອບສ່ວນສ້າງສາປະເທດ ກຳປູເຈຍ ໃຫ້ນັບມື້ນັບວັດທະນາຖາວອນ, ຮັ່ງມີ,ສວຍງາມ - ảnh 1ພິທີມອບລົດໂອໂຕໃຫ້ຝ່າຍກຳປູເຈຍ

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ຜູ້ຕາງໜ້າກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂອງຂວັນລັດຖະບານ ຫວຽດນາມ ໃຫ້ແກ່ແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ.

        ເພື່ອແນໃສ່ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ການເຄື່ອນໄຫວຂອງແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ, ລັດຖະບານ ຫວຽດນາມ ໄດ້ຕົກລົງມອບໃຫ້ຝ່າຍ ກຳປູເຈຍ ລົດໂອໂຕ 3 ຄັນ ແລະ ຄອມພິວເຕີ 3 ຊຸດດ້ວຍຍອດມູນຄ່າເກືອບ 300.000 USD. ທ່ານ ຫງວຽນແອງຢູ້ງ, ທູດການທະຫານ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຕາງໜ້າໃຫ້ລັດຖະບານ ຫວຽດນາມ ມອບຂອງຂວັນດັ່ງກ່າວໃຫ້ຝ່າຍ ກຳປູເຈຍ ແມ່ນທ່ານ Nhem Valy, ຮອງປະທານຜູ້ປະຈຳການແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ.

        ທ່ານຮອງປະທານແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນ ກຳປູເຈຍ ເວົ້າລວມ ແລະ ແນວໂຮມສາມັກຄີ, ພັດທະນາປະເທດ ກຳປູເຈຍ ເວົ້າສະເພາະສຳລັບການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ