ຫວຽດນາມ ປາດຖະໜາຢາກປະກອບສ່ວນຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ຂະບວນການກາແດງ ແລະ ກາຊີກວົງເດືອນແດງສາກົນ

(VOVWORLD) - ບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງສະຫງວນບຸລິມະສິດສູງ ແລະ ແຫຼ່ງກຳລັງຫຼາຍກວ່າໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ.
ຫວຽດນາມ ປາດຖະໜາຢາກປະກອບສ່ວນຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ຂະບວນການກາແດງ ແລະ ກາຊີກວົງເດືອນແດງສາກົນ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ)

        ຕອນເຊົ້າວັນທີ 21 ພະຈິກ, ທີ່ ຮ່າໂນ້ຍ, ໄດ້ຈັດພິທີໄຂກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນ ພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 11 (AP-11) ດ້ວຍຫົວຂໍ້ “ອາຊີ - ປາຊີຟິກ: ກຽມພ້ອມຮັບມືກັບໄພພິບັດ”.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ, ຊີ້ແຈ້ງວ່າ ນີ້ແມ່ນເທື່ອທີ 2 ທີ່ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ, ອັນໄດ້ສະແດງໃຫ້ເຫັນການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບຂະບວນການຂອງສະພາກາແດງ - ຊີກວົງເດືອນແດງສາກົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ, ໃນສະພາບການໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຍ້ອນເກີດການປະທະກັນຢູ່ບາງພາກພື້ນ, ໄພທຳມະຊາດ, ໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ…, ສະນັ້ນ, ຮຽກຮ້ອງຕ້ອງເພີ່ມທະວີການຮ່ວມມືສາກົນໃນບັນດາການເຄື່ອນໄຫວມະນຸດສະທຳ ກໍຄືການສະກັດກັ້ນ ແລະ ຮັບມືກັບໄພພິບັດ.

        “ບັນດາລັດຖະບານ, ອົງການຈັດຕັ້ງສາກົນ, ພາກພື້ນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຕ້ອງສະຫງວນບຸລິມະສິດສູງ ແລະ ແຫຼ່ງກຳລັງຫຼາຍກວ່າໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳ. ຕ້ອງຖືວຽກງານມະນຸດສະທຳແມ່ນໜ້າທີ່ລວມຂອງທົ່ວສັງຄົມ. ປະຊາຄົມສາກົນຕ້ອງສືບຕໍ່ມີຄວາມມານະພະຍາຍາມສູງກວ່າເພື່ອສະກັດກັ້ນການປະທະກັນ ແລະ ສົງຄາມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການພັດທະນາຢ່າງຍຸຕິທຳ, ຍືນຍົງ, ກວມລວມ; ຮັບປະກັນບໍ່ໃຫ້ປະຊາຄົມຊຸມຊົນໃດຖືກປະໄວ້ຢູ່ທາງຫຼັງໃນວິວັດການພັດທະນາຂອງມວນມະນຸດ”.

        ເຂົ້າຮ່ວມກອງປະຊຸມ, ທ່ານນາງ Maha al Barjas, ຮອງປະທານສະພາກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ, ຕີລາຄາສູງສະພາກາແດງ ຫວຽດນາມ ໃນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງສະພາກາແດງ ແລະ ຊີກວົງເດືອນແດງສາກົນ; ທ່ານນາງໃຫ້ຄຳໝັ້ນສັນຍາວ່າ IFRC ຈະສືບຕໍ່ຮ່ວມມືກັບສະພາດາແດງ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ