ຫວຽດ​ນາມ ພ້ອມ​ກັນ​ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ຢຸດ​ຕິ​ ການ​ຄຳ​ສັ່ງ ຂວໍ້​າ​ບາດ​ສຳ​ລັບ ກຸຍບາ ຢູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

(VOVWORLD) - ໃນລະຫວ່າງວັນທີ 1 – 2 ພະຈິກ, ຢູ່ນິວຢອກ (ປະເທດ ອາເມລິກາ), ສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ປຶກສາຫາລື ກ່ຽວກັບ ຄວາມຈຳເປັນຕ້ອງຢຸດຕິ ຄຳສັ່ງຂວ້ໍາບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງໃສ່ ກຸຍບາ.
ຫວຽດ​ນາມ ພ້ອມ​ກັນ​ປະ​ຊາ​ຄົມ​ສາ​ກົນ ຮຽກ​ຮ້ອງ​ຢຸດ​ຕິ​ ການ​ຄຳ​ສັ່ງ ຂວໍ້​າ​ບາດ​ສຳ​ລັບ ກຸຍບາ ຢູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ການປຶກສາຫາລື (ພາບ: VOV)

ໂດຍສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມກັບບັນດາປະເທດເປັນຈຳນວນຫຼາຍ ໄດ້ສະແດງການຄັດຄ້ານຕໍ່ຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ຕໍ່ກຸຍບາ. ທ່ານເອກອັກຄະລັດຖະທູດ ຢັ້ງຢືວ່າ ຫວຽດນາມ ຕ້ານທຸກຮູບແບບຈັດວາງຄຳສັ່ງຂວ້ຳບາດແບບພຽງລຳພັງຝ່າຍດຽວ ໃສ່ປະເທດທີ່ມີປະຊາທິປະໄຕ.

ແບ່ງປັນ ແລະ ສະແດງຄວາມເຫັນອົກເຫັນໃຈ ຕໍ່ບັນດາຄວາມຫຍຸ້ງຍາກ ຂອງ ກຸຍບາ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ ໄດ້ຮຽກຮ້ອງ ໃຫ້ ອາເມລິກາ ຢຸດຕິຄຳສັ່ງຂວ້ຳບາດ, ນຳກຸຍບາອອກຈາກບັນດາບັນຊີລາຍຊື່ບັນດາປະເທດໜູນຊ່ວຍການກໍ່ການຮ້າຍ ແລະ ຕ່າວປິ້ນນະໂຍບາຍໃນປັດຈຸບັນສຳລັບ ກຸຍບາ, ມຸ່ງໄປເຖິງການຫັນການພົວພັນລະຫວ່າງສອງປະເທດເປັນປົກກະຕິ, ບົນພື້ນຖານສະເໝີພາບ, ມີຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບອະທິປະໄຕແຫ່ງຊາດ ແລະ ເອກະລາດດ້ານການເມືອງຂອງກັນ.

ພາຍຫຼັງວາລະປຶກສາຫາລືໃນວັນທີ 2 ພະຈິກ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິ “ຄວາມຈຳເປັນຂອງການຢຸດຕິຄຳສັ່ງຂວ້ຳບາດ ດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ອາເມລິກາ ຈັດວາງໃສ່ ກຸຍບາ” ດ້ວຍບັດສະໜັບສະໜູນ 187 ບັດ, ບັດຄ້ານ 2 ບັດ ແລະ ບັດຂາວ 1 ບັດ.

ຕອບກັບ

ຂ່າວ/ບົດ​ອື່ນ