ຫວຽດນາມ ພ້ອມກັບປະຊາຄົມ ໂລກ ຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ

ຫວຽດນາມ ພ້ອມກັບປະຊາຄົມ ໂລກ ຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ - ảnh 1
( ພາບປະກອບ )

( vovworld ) –   ກອງ​ປະຊຸມ​ສາກົນ​ຄັ້ງ​ທີ 6 ກ່ຽວ​ກັບ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ອີ່​ງ​ໃສ່​ວົງ​ຄະນະ​ຍາດ​ຫວຽດນາມ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/4 ຢູ່​ຮ່າ​ໂນ້ຍ. ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ເຊິ່ງນວນ​​ໃນ​ບັນດາ​ປະ​ເທດມີ​ຄວາມ​ສ່ຽງ​ທີ່​ສຸດ​ຕໍ່​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຮັບ​ຮູ້​ຢ່າງ​ຈະ​ແຈ້ງບັນດາ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ມີ​ຕໍ່ການ​ພັດທະນາ​​ແບບ​ຍື່ນ​ຍົງຂອງ​ປະ​ເທດ​ຊາດ, ລັດຖະບານ​ຫວຽດນາມ ​ໄດ້​​ເຂົ້າ​ຮ່ວມ ​ແລະ ​ໃຫ້​ສັດຕະຍາບັນສົນທິສັນຍາ​​ແມ່ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ອະນຸສັນຍາ Kyoto. ປີ 2009, ລັດຖະບານ​ຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ແຜນ​ຮ່າງ “ ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ສ່ຽງ​ຕໍ່​​ໄພທຳ​ມະ​ຊາດອີ່​ງ​ໃສ່​ວົງ​ຄະນະ​ຍາດ ”, ​ເຊິ່ງ​ໄດ້​ດຳ​ເນີນ​ຢູ່ 6000 ຕາ​ແສງ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງຊັບພະຍາກອນ ​ແລະ ​ສິ່ງ​ແວດ​ລ້ອມຫວຽດນາມ Tran Hong Ha ​ໃຫ້​ຮູ້​ວ່າ.

“ ທ່ານ​ນາ​ຍົດ​ລັດຖະ​ມົນຕີ​ໄດ້​ອະນຸມັດ​ຜ່ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ດ້ວຍ​ວິ​​ໄສ​ທັດ​ທະລຸ​ລວງ​ໄລຍະເກືອບ 100 ປີ. ສິ່ງດັ່ງກ່າ​ວສະ​ແດງ​​ໃຫ້​ເຫັນຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ການ​ຮ່ວມ​ມື​ພ້ອມ​ກັບ​ປະຊາ​ຄົມ​​ໂລກ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ໜື່ງ​ໃນ​ບັນດາ​ເປົ້າ​ໝາຍ​ສຳຄັນ​ທີ່​ໄດ້​ກຳນົດ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງຫວຽດນາມ ​ແມ່ນ​ສ້າງ​ປະຊາ​ຄົມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ມີ​ການ​ກະທຳ​ຮັກສາ​ສິ່ງ​ແວດ​ລ້ອມ, ຍົກ​ສູງສະຕິ​ຄວາມ​ຮັບ​ຮູ້​ການ​ສຶກສາ​ວົງ​ຄະນະ​ຍາດ ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ຮັບ​ມື​ຢູ່​ກັບ​ທີ່ ”.

ກອງ​ປະຊຸມ​ຈະ​ດຳ​ເນີນຮອດ​ວັນ​ທີ 22/4 ດ້ວຍ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ລວມມີ; ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ວົງ​ຄະນະ​ຍາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ແບ່ງປັນ​ຄວາມ​ຮູ້​ທາງ​ດ້ານ​ການ​ຄຸມ​ຄອງ ​ແລະ ຮັບ​ມື​ກັບ​ໄພ​ທຳ​ມະ​ສາດ​ອີ່​ງ​ໃສ່​ປະຊາ​ຄົມ​ບັນດາ​ປະ​ເທດ, ບັນດາ​ອົງການ ​ແລະ ຄູ່​ຮ່ວມ​ມື​ຕ່າງໆ​ປະຈຳ​ຫວຽດນາມ ​ແລະ ສາກົນ.
ຂ່າວ/ບົດ​ອື່ນ