ຫວຽດ​ນາມ - ຟີ​ລິບ​ປິນ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ

(VOVWORLD) - ຕອນເຊົ້າວັນທີ 30 ມັງກອນ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. 
ຫວຽດ​ນາມ - ຟີ​ລິບ​ປິນ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ - ảnh 1ພິທີຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr (ພາບ: VOV)

ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ການນຳສອງປະເທດໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ ຜ່ານການເພີ່ມທະວີການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ພ້ອມທັງສົມທົບກັນສ້າງແຜນການເຄື່ອນໄຫວຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2025 – 2030. ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືດ້ານເສດຖະກິດ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD ໂດຍໄວ; ຍາດແຍ່ງກາລະໂອກາດທີ່ດີຈາກບັນດາຂໍ້ຕົກລົງການຄ້າໃນພາກພື້ນ; ສົ່ງເສີມວິສາຫະກິດສອງປະເທດລົງທຶນເຂົ້າໃນບັນດາຂົງເຂດສຳຄັນຄືເຕັກໂນໂລຢີການປຸງແຕ່ງ, ກະສິກຳເຕັກໂນໂລຢີສູງ, ພື້ນຖານໂຄງລ່າງ, ນ້ຳມັນອາຍແກັດ…; ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່ ແລະ ສຳຄັນ, ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ, ພະລັງງານທົດແທນ ແລະ ປັບປຸງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງລະບົບສະໜອງ… ສອງຝ່າຍກໍເຫັນດີຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂບັນຫາມົນລະພິດ, ຫຼຸດຜ່ອຍການປ່ອຍອາຍພິດກາກບອນ, ກຳຈັດສິ່ງເສດເຫຼືອຢາງພະລາດສະຕິກ…

ຫວຽດ​ນາມ - ຟີ​ລິບ​ປິນ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ - ảnh 2 ການພົບປະເຈລະຈາ ລະຫວ່າງສອງຝ່າຍ (ພາບ: VOV)

        ການນຳສອງປະເທດເຫັນດີຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ປ້ອງກັນຊາດ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນທະເລ ແລະ ມະຫາສະໝຸດ; ເຫັນດີຮ່ວມມືກັນຍົກສູງກຳລັງຄວາມສາມາດປ້ອງກັນ, ຕ້ານອາດສະຍາກຳຂ້າມຊາດ ແລະ ອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຢີສູງ; ເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ທ່ານປະທານາທິບໍດີ ຟີລິບປິນ Marcos Jr. ຢັ້ງຢືນວ່າ ສະໜັບສະໜູນ ຫວຽດນາມ ເປັນເຈົ້າພາບຈັດປີ APEC 2027 ຢ່າງສຳເລັດຜົນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໃຫ້ຄຳໝັ້ນສັນຍາຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີໃນການເດີນເຮືອ ແລະ ການບິນ; ຮຽກຮ້ອງໃຫ້ບັນດາຝ່າຍ ລະງັບໃຈ, ບໍ່ນາບຂູ່ດ້ວຍອາວຸດ ຫຼື ນຳໃຊ້ອາວຸດ, ເຄົາລົບບັນດາຂັ້ນຕອນທາງການທູດ, ນິຕິກຳຢ່າງຄົບຖ້ວນ, ແກ້ໄຂການຂັດແຍ້ງການໂດຍສັນຕິວິທີ, ບົນພື້ນຖານບັນດາຫຼັກພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ພາຍຫຼັງກອງປະຊຸມພົບປະເຈລະນາ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມສື່ມວນຊົນ ແລະ ຈັດພິທີແລກປ່ຽນເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງປະເທດໃນຂົງເຂດກະສິກຳ, ການຄ້າເຂົ້າສານ, ຮ່ວມມືໃນທະເລ ແລະ ທາງດ້ານວັດທະນະທຳ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ