ຫວຽດ​ນາມ - ມົງ​ໂກນ ອອກແຈ້ງ​ການ​ຮ່ວມ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາ ໄປຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ໃນລະຫວ່າງ ວັນທີ 1 – 5 ພະຈິກ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ອອກແຈ້ງການຮ່ວມ ຫວຽດນາມ - ມົງໂກນ.

ຫວຽດ​ນາມ - ມົງ​ໂກນ ອອກແຈ້ງ​ການ​ຮ່ວມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh  (ພາບ: TTXVN)

ແຈ້ງການຮ່ວມ 16 ຈຸດ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ມົງໂກນ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍ ໃນບັນດາຂົງເຂດຄືການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ, ວິທະຍາສາດເຕັກໂນໂລຢີ, ຄົມມະນາຄົມ ແລະ ຂົນສົ່ງ, logistics, ວັດທະນະທຳ, ການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນ, ກໍ່ຄືບັນດາບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ມຸ່ງໄປເຖິງການສ້າງຕັ້ງຂອບເຂດການພົວພັນໃໝ່ທີ່ນັບມື້ນັບຮອບດ້ານ, ແທດຈິງ ກົງກັບໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມົງໂກນ (1954-2024) ໃນປີ 2024.

ແຈ້ງການຮ່ວມ ກໍ່ໄດ້ຊີ້ແຈ້ງວ່າ ໃນຂອບເຂດ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Ukhnaagiin Khurelsukh,  ສອງຝ່າຍໄດ້ເຊັນເອກະສານຮ່ວມມື 6 ສະບັບໃນບັນດາຂົງເຂດຄື: ການຕ່າງປະເທດ, ຕຸລາການ, ຄວາມໝັ້ນຄົງ ແລະ ການຄ້າ.

ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ວັນທີ 3 ພະຈິກ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ ເຂດອຸດສາຫະກຳ ເລືອງເຊິນ, ເມືອງ ເລືອງເຊີນ, ແຂວງ ຮວ່າບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ