ຫວຽດ​ນາມ ຢັ້ງ​ຢື​ນ​ບົດ​ບາດ​ໃນ​ຕະຫຼາດ LNG ທົ່ວ​ໂລກ

(VOVWORLD) -  ຮອດປີ 2030, ພະລັງງານທົດແທນຄື ແຮງລົງ ແລະ ແສງຕາເວັນ ຄາດວ່າຈະຕອບສະໜອງເກືອບ 31% ຄວາມຕ້ອງການດ້ານພະລັງງານຂອງ ຫວຽດນາມ ແລະ LNG ຍັງກວມເອົາ 24,8% ຍອດສະມັດຕະພາບ ພະລັງງານ.
ຫວຽດ​ນາມ ຢັ້ງ​ຢື​ນ​ບົດ​ບາດ​ໃນ​ຕະຫຼາດ LNG ທົ່ວ​ໂລກ - ảnh 1ພາບປະກອບ: TTXVN

ວັນທີ 3 ຕຸລາ, ເວັບໄຊ nasdaq.com ຂອງ ອາເມລິກາ ໄດ້ລົງຂ່າວທີ່ວ່າ: ຫວຽດນາມ ພວມມີບົດບາດທີ່ໃຫຍ່ຫຼວງໃນຕະຫຼາດ ອາຍແກັດ ທຳມະຊາດ ເຫລວ (LNG) ທົ່ວໂລກ. ຂໍ້ສັງເກດນີ້ ໄດ້ເລີ່ມມາຈາກການວາງແຜນຜັງພັດທະນາໄຟຟ້າແຫ່ງຊາດ ໄລຍະ 2021 - 2030, ວິໄສທັດຮອດປີ 2050 (ການວາງແຜນຜັງໄຟຟ້າ VIII) ຂອງ ຫວຽດນາມ, ໃນນັ້ນ, ໄດ້ວາງອອກບັນດາເປົ້າໝາຍ ທີ່ເຕັມໄປດ້ວຍຄວາມມຸ່ງຫວັງ ເພື່ອແນໃສ່ເພີ່ມທະວີພະລັງງານແຮງງານ ແລະ ອາຍແກັດ.

ໃນຂະນະນັ້ນ, ສຳນັກຂ່າວສານ Reuters (ອັງກິດ) ໄດ້ໃຫ້ຂໍ້ສັງເກດວ່າ ການວາງແຜນຜັງໄຟຟ້າ VIII ຈະຕ້ອງມີແຫຼ່ງເງິນທຶນທີ່ໃຫຍ່ຫຼວງ ດ້ວຍມູນຄ່າ 134,7 ຕື້ USD, ສ່ວນໜຶ່ງໃນຈຳນວນນັ້ນຄາດວ່າ ຈະມາຈາກແຫຼ່ງ ລົງທຶນຈາກຕ່າງປະເທດ, ລວມມີ ຄຳໝັ້ນສັນຍາທີ່ມີມູນຄ່າ 15,5 ຕື້ USD ຈາກບັນດາປະເທດອຸດສາຫະກຳ ພັດທະນາ (G7). ການຫັນປ່ຽນຍຸດທະສາດ ໄປຍັງພະລັງງານສະອາດກ່ວາ ໄດ້ເນັ້ນໜັກເຖິງບົດບາດໃໝ່ຂອງ ຫວຽດນາມ ໃນຖານະເປັນນັກນຳເຂົ້າ LNG ໃໝ່.

ກ່ຽວກັບແງ່ຫວັງໄລຍະກາງ, ຮອດປີ 2030, ພະລັງງານທົດແທນຄື ແຮງລົງ ແລະ ແສງຕາເວັນ ຄາດວ່າຈະຕອບສະໜອງເກືອບ 31% ຄວາມຕ້ອງການດ້ານພະລັງງານຂອງ ຫວຽດນາມ ແລະ LNG ຍັງກວມເອົາ 24,8% ຍອດສະມັດຕະພາບ ພະລັງງານ. ຫວຽດນາມ ວາງເປົ້າໝາຍຮອດປີ 2050 ຈະຫຼຸດການປ່ອຍທາດກາກບອນລົງລະດັບ 0 ແລະ LNG ໄດ້ຮັບການຄາດຫວັງວ່າ ຈະສວມບົດບາດແມ່ນແຫຼ່ງວັດຖຸດິບ ທົດແທນຖ່ານຫີນ.

ຕອບກັບ

ຂ່າວ/ບົດ​ອື່ນ