ຫວຽດນາມ - ລາວ ເຊັນສັນຍາຮ່ວມມືຂຸດຄົ້ນ, ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ

(VOVWORLD) - ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານກະຊວງແຜນການ ແລະ ການລົງທຶນ ນະຄອນຫລວງ ວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກລະຫວ່າງລັດຖະບານ ລາວ ແລະ ບໍລິສັດໃຫຍ່ຮ່ວມມືເສດຖະກິດ (COECCO) ຂອງ ຫວຽດນາມ. 
ຫວຽດນາມ - ລາວ ເຊັນສັນຍາຮ່ວມມືຂຸດຄົ້ນ, ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ - ảnh 1 ພິທີເຊັນສັນຍາຮ່ວມມືຂຸດຄົ້ນ, ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ (ພາບ: KPL)

ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກຢູ່ແຂວງ ໄຊສົມບູນ ໂດຍບໍລິສັດໃຫຍ່ COECCO ຫວຽດນາມ ຮ່ວມມືກັບລັດຖະບານ ລາວ ມີຍອດຈຳນວນເງິນລົງທຶນກ່ວາ 29 ລ້ານ USD ເຊິ່ງຈະນຳມາໃຫ້ແຫຼ່ງລາຍຮັບງົບປະມານ ບໍ່ແມ່ນໜ້ອຍໃຫ້ແກ່ ລາວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ໄຊສົມບູນ ເວົ້າສະເພາະ ແລະ ຂອງປະເທດ ລາວ ເວົ້າລວມ.

        ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳລຽນ ພົນເສນາ ຖືວ່າ: ນີ້ແມ່ນໂຄງການໃຫຍ່, ຈະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ບໍ່ພຽງແຕ່ຊ່ວຍ ພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນເທົ່ານັ້ນ ຫາກຍັງປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດອີກດ້ວຍ. ທ່ານຢືນຢັນວ່າ: ໂຄງການຮ່ວມມືນີ້ ຈະປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລັດຖະບານ 2 ປະເທດ ລາວ ແລະ ຫວຽດນາມ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ