ຫວຽດນາມ ສົ່ງອອກໝາກມັງກອນສົດ ໄປອົດສະຕາລີ ເປັນຄັ້ງທຳອິດ

(VOVWORLD) - ວັນທີ 20 ກັນຍາ, ຢູ່ບໍລິສັດຈຳກັດຜູ້ດຽວ ຮ່ວາງຟາດ (ສາຂາເມືອງ ເຈົາແທ່ງ, ແຂວງ ລອງອານ), ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ລອງອານ ຈັດຕັ້ງ “ພິທີປະກາດການສົ່ງອອກໝາກມັງກອນ ຫວຽດນາມ ຖ້ຽວທຳອິດໄປຍັງຕະຫຼາດ ອົດສະຕາລີ ”. 
ຫວຽດນາມ ສົ່ງອອກໝາກມັງກອນສົດ ໄປອົດສະຕາລີ ເປັນຄັ້ງທຳອິດ - ảnh 1 ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ

ການສົ່ງອອກໝາກມັງກອນໃນຂາວຄັ້ງນີ້ ມີນ້ຳໜັກທັງໝົດປະມານ 3 ໂຕນ ໂດຍກົມປ້ອງກັນພຶດພັກ ຫວຽດນາມ ກວດ ແລະ ອອກໃບຢັ້ງຢືນມີຄວາມປອດໄພດ້ານຊີວະສາດ. ໝາກມັງກອນ ໄດ້ສົ່ງອອກໄປຍັງ ອົດສະຕາລີ ດ້ວຍທາງອາກາດ. ການສົ່ງອອກໝາກມັງກອນຖ້ຽວຕໍ່ໄປຈະໄດ້ສົ່ງໄປດ້ວຍທາງທະເລ ເພື່ອມີລາຄາແກ່ງແຍ້ງກ່ວາ. ການສົ່ງອອກໝາກມັງກອນຄັ້ງນີ້ ເປັນຂີດໝາຍຄວາມກ້າວໜ້າຂອງຂະແໜງກະສິກຳ ຫວຽດນາມ ເວົ້າລວມ ແລະ ຂະແໜງກະສິກຳແຂວງ ລອງອານ ເວົ້າສະເພາະ ໃນການເປີດກ້ວາງຕະຫຼາດບໍລິໂພກອຸປະໂພກ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງໝາກມັງກອນ ຫວຽດນາມ. ບາງວິສາຫະກິດນຳເຂົ້າພາຍໃນ ແລະ ຕ່າງປະເທດໄດ້ຕີລາຄາວ່າ ເມື່ອສົ່ງອອກໝາກມັງກອນ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ ຫວຽດນາມ ທົບຫຼາຍເທົ່າເມື່ອທຽບໃສ່ບັນດາປະເພດໝາກໄມ້ອື່ນໆ ຍ້ອນວ່ານີ້ແມ່ນປະເພດໝາກໄມ້ມີຕະຫຼອດປີ.

ຕອບກັບ

ຂ່າວ/ບົດ​ອື່ນ